ເປີດການຮ່ວມມືໃໝ່ໃນການພົວພັນ ຫວຽດນາມ - ສ.ເກົາຫຼີ

(VOVWORLD) - ລັດຖະບານ 2 ປະເທດຈະເປັນເອກະພາບກ່ຽວກັບທິດທາງ ແລະ ໂຄງການກະທຳລະອຽດ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດສາດຮອບດ້ານໃນໄລຍະຈະມາເຖິງຫຼາຍກວ່າເກົ່າ.
ເປີດການຮ່ວມມືໃໝ່ໃນການພົວພັນ ຫວຽດນາມ - ສ.ເກົາຫຼີ - ảnh 1ທີ່ການຕ້ອນຮັບ
(ພາບ: nhandan.vn)

        ຕອນເຊົ້າວັນທີ 23 ມິຖຸນາ, ທີ່ການຕ້ອນຮັບທ່ານ Kim Sung tae, ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິຫານທະນາຄານອຸດສາຫະກຳ ສ.ເກົາຫຼີ (IBK) ແລະ ທ່ານ Kang Seoghoon, ປະທານທັງເປັນຜູ້ອຳນວຍການບໍລິຫານທະນາຄານພັດທະນາ ສ.ເກົາຫຼີ (KDB), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ເນັ້ນໜັກວ່າ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕີລາຄາສູງການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ການຢ້ຽມຢາມຄັ້ງທຳອິດໄປເຖິງປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງທ່ານປະທານາທິບໍດີ; ທ່ານເຊື່ອໝັ້ໜວ່າ ລັດຖະບານ 2 ປະເທດຈະເປັນເອກະພາບກ່ຽວກັບທິດທາງ ແລະ ໂຄງການກະທຳລະອຽດ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງຫຼາຍກວ່າເກົ່າ.

        ສ່ວນທ່ານ Kang Seoghoon, ປະທານທັງເປັນຜູ້ອຳນວຍການບໍລິຫານທະນາຄານພັດທະນາ ສ.ເກົາຫຼີ (KDB) ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ຈະສ້າງສາຂາທະນາຄານຢູ່ ຫວຽດນາມ ເພື່ອແບ່ງປັນບົດຮຽນ ແລະ ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ພັດທະນາອອກສູ່ຕະຫຼາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ