ເປີດຂະບວນລົດໄຟເຊື່ອມຕໍ່ກັບມໍລະດົກພາກກາງ

(VOVWORLD) - ຂະບວນລົດໄຟມີຊື່ວ່າ “ການເດີນທາງເຊື່ອມຕໍ່ກັບມໍລະດົກພາກກາງ”. ແຕ່ລະມື້, ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໄດ້ເປີດຂະບວນລົດໄຟໄປ - ກັບຈາກ ເຫວະ ແລະ ດານັ້ງ, ແລ່ນຜ່ານທາງລົດໄຟຕອນງາມທີ່ສຸດຢູ່ ຫວຽດນາມ.
ເປີດຂະບວນລົດໄຟເຊື່ອມຕໍ່ກັບມໍລະດົກພາກກາງ - ảnh 1ພິທີເປີດຂະບວນລົດໄຟເຊື່ອມຕໍ່ກັບມໍລະດົກພາກກາງ
(ພາບ: VGP/Lưu Hương)

ຕອນເຊົ້າວັນທີ 26 ມີນາ, ຢູ່ສະຖານີລົດໄຟ, ແຂວງເທື່ອທຽນເຫວະ, ບໍລິສັດໃຫຍ່ລົດໄຟ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວະ ແລະ ນະຄອນ ດານັ້ງ ໄດ້ຈັດພິທີເປີດຂະບວນລົດໄຟທ່ອງທ່ຽວໄປ - ກັບເຊື່ອມຕໍ່ເຫວະ - ດານັ້ງ ຕາມຮູບແບບດຳເນີນທຸລະກິດຂົນສົ່ງສົມທົບກັບການຂຸດຄົ້ນບໍລິການທ່ອງທ່ຽວ. ຂະບວນລົດໄຟມີຊື່ວ່າ “ການເດີນທາງເຊື່ອມຕໍ່ກັບມໍລະດົກພາກກາງ”. ແຕ່ລະມື້, ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໄດ້ເປີດຂະບວນລົດໄຟໄປ - ກັບຈາກ ເຫວະ ແລະ ດານັ້ງ, ແລ່ນຜ່ານທາງລົດໄຟຕອນງາມທີ່ສຸດຢູ່ ຫວຽດນາມ.

        ເລື່ອງນຳເຂົ້າຂຸດຄົ້ນການທ່ອງທ່ຽວທາງລົດໄຟ ຕອນ ເຫວະ - ດານັ້ງ ທັງຕອບສະໜອງຄວາມຕ້ອງການໄປ - ມາ ຂອງປະຊາຊົນ, ທັງແມ່ນຜະລິດຕະພັນທີ່ດູດດື່ມສຳລັບແຂກທ່ອງທ່ຽວສາກົນ ແລະ ພາຍໃນປະເທດ. ທ່ານ ຫງວຽນວັນເຟືອງ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວະ, ໃຫ້ຮູ້ວ່າ:

        “ຂະບວນລົດໄຟ ເຫວະ - ດານັ້ງ ດ້ວຍການເດີນທາງເຊື່ອມຕໍ່ກັບມໍລະດົກພາກກາງ ໄດ້ນຳເຂົ້າເຄື່ອນໄຫວທາງການ ດ້ວຍຂະບວນລົດໄຟເຄື່ອນໄຫວແຕ່ລະມື້ໂດຍໃຊ້ເວລາເດີນທາງ 3 ຊົ່ວໂມງຕໍ່ຖ້ຽວ. ຂະບວນລົດໄຟຈະແລ່ນຜ່ານທາງລົດໄຟຕອນງາມທີ່ສຸດຂອງ ຫວຽດນາມ ດ້ວຍບັນດາປູຊະນີຍະສະຖານ, ພິເສດແມ່ນກິ່ວ ຫາຍເວີນຊຶ່ງຫຼາຍອົງການສຳນັກຂ່າວສານ, ບໍລິສັດທ່ອງທ່ຽວສາກົນເລືອກເຟັ້ນ ແລະ ນຳເຂົ້າບັນຊີລາຍຊື່ບັນດາເສັ້ນທາງລົດໄຟງາມທີ່ສຸດໃນໂລກ. ນີ້ແມ່ນກຳລັງໜູນເພື່ອຜູກມັດລະຫວ່າງສອງທ້ອງຖິ່ນ ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວທີ່ມີຢູ່ແລ້ວຂອງເທື່ອທຽນເຫວະ ແລະ ດານັ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ