ເປີດງານບຸນ “ສີສັນວັດທະນະທຳ - ເຕົ້າໂຮມ ແລະແຜ່ກະຈາຍ”

(VOVWORLD) -ວັນບຸນວັດທະນະທຳບັນດາເຜົ່າທີ່ມີປະຊາກອນບໍ່ຮອດ 10.000 ຄົນຄັ້ງທີ 1 ແລະສັບປະດາທ່ອງທ່ຽວ-ວັດທະນະທຳ ລາຍເຈົາປີ 2023 ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 3 ພະຈິກ ຢູ່ແຂວງ ລາຍເຈົາ
ເປີດງານບຸນ “ສີສັນວັດທະນະທຳ - ເຕົ້າໂຮມ ແລະແຜ່ກະຈາຍ” - ảnh 1ແຂກມາຢ້ຽມຊົມວັດບິກດົ້ງ

      ດ້ວຍຫົວຂໍ້ “ສີສັນວັດທະນະທຳ - ເຕົ້າໂຮມ ແລະ ແຜ່ກະຈາຍ”, ວັນບຸນວັດທະນະທຳບັນດາເຜົ່າທີ່ມີປະຊາກອນບໍ່ຮອດ 10.000 ຄົນຄັ້ງທີ 1 ແລະສັບປະດາທ່ອງທ່ຽວ-ວັດທະນະທຳ ລາຍເຈົາປີ 2023 ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 3 ພະຈິກ ຢູ່ແຂວງ ລາຍເຈົາ . ເປັນຄັ້ງທຳອິດ, ວັນບຸນໄດ້ສ້າງເຂດວັດທະນະທຳທີ່ມີຄວາມໝາຍເປັນພິເສດ, ຄວາມຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານໃບໜ້າສີຕາຂອງນັກສິລະປະການ, ນັກກິລາມະຫາຊົນ, ພໍ່ແມ່ພີນ້ອງບັນດາເຜົ່າສ່ວນໜ້ອຍ. ນີ້ແມ່ນໂອກາດ       ເພື່ອໃຫ້ເຂົາເຈົ້າໄດ້ພົບປະ, ແລກປ່ຽນ ແລະ ແບ່ງປັນປະສົບການບົດຮຽນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງ. ທ່ານນາງ ຈີ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ຮູ້ວ່າ :     

   “ ວັດທະນະທຳພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍແມ່ນມໍລະດົກວັດທະນະທຳອັນລ້ຳຄ່າ, ບໍ່ພຽງແຕ່ແມ່ນຊັບສົມບັດຂອງດິນແດນແຫ່ງໜຶ່ງ, ປະຊາຊົນ ຫຼື ທ້ອງຖິ່ນເທົ່ານັ້ນ ຫາກຍັງແມ່ນຊັບສົມບັດອັນລ້ຳຄ່າຂອງປະເທດຊາດ, ປະກອບສ່ວນເພີ່ມທະວີຄວາມອຸດົມສົມບູນ, ຄວາມຫຼາກຫຼາຍສີສັນ ແລະ ເປັນເອກະພາບຂອງພື້ນຖານວັດທະນະທຳຫວຽດນາມອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ