ເປີດງານ​ວາງ​ສະ​ແດງ ຕະຫຼາດ​ນັດ “ເສດ​ຖະ​ກິດ​ - ປ້ອງ​ກັນຊາດ ໃນ​ສັງ​ກາດ​ເຕັກ​ໂນ​ໂລ​ຊີດີ​ຈີ​ຕອນ”- VIDEX 2021

(VOVWORLD) -VIDEX 2021 ລວມມີການເຄື່ອນໄຫວວາງສະແດງ ແລະ ຕະຫຼາດນັດ ການຄ້າ, ໃນນັ້ນການວາງສະແດງເໝືອນຈິງໄດ້ວາງສະແດງ ບັນດາຜົນງານພົ້ນເດັ່ນໃນການປະຕິບັດໜ້າທີ່ການທະຫານ, ການປ້ອງການຊາດ, ສຸມໃສ່ຂະແໜງການຕ່າງໆເປັນຕົ້ນແມ່ນເຕັກໂນໂລຊີຂໍ້ມູນຂ່າວສານ, ທະຫານຊ່າງແສງ, ເຄມີ, ພະລາທິການ, ເສນາຮັກ...ບັນດາຮ້ານວາງສະແດງ ແລະ ການເຄື່ອນໄຫວ ຕະຫຼາດນັດ ການຄ້າ ຍັງໄດ້ສືບຕໍ່ຮັກສາໄວ້ໃນລະບົບ ອອນລາຍ ເປັນ ເວລາ 30 ມື້ ແລະ ສູງສຸດ ແມ່ນ 06 ເດືອນ. 
ເປີດງານ​ວາງ​ສະ​ແດງ ຕະຫຼາດ​ນັດ “ເສດ​ຖະ​ກິດ​ - ປ້ອງ​ກັນຊາດ ໃນ​ສັງ​ກາດ​ເຕັກ​ໂນ​ໂລ​ຊີດີ​ຈີ​ຕອນ”- VIDEX 2021 - ảnh 1ບັນດາຜູ້ແທນຢ້ຽມຊົມງານວາງສະແດງ (ພາບ: qdnd.vn)

ໃນຕອນຄ່ຳຂອງ ວັນທີ 14 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມໄດ້ ສົບທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປີດງານວາງສະແດງຕະຫຼາດນັດເສດຖະກິດ-ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ” ປີ 2021 ( VIDEX 2021).

        ເຫດການຖືກດຳເນີນແຕ່ ວັນທີ 14 ຫາ ວັນທີ 17 ທັນວາ, ໄດ້ສະເໜີແນະນຳ, ວາງສະແດງຫຼາຍຜະລິດຕະພັນ, ໂຄງການເຕັກໂນໂລຊີ ຂອງຫຼາຍກວ່າ 130 ຫົວໜ່ວຍ, ວິສາຫະກິດ ພາຍໃນ ແລະ ນອກກອງທັບ.

VIDEX 2021 ລວມມີການເຄື່ອນໄຫວວາງສະແດງ ແລະ ຕະຫຼາດນັດ ການຄ້າ, ໃນນັ້ນການວາງສະແດງເໝືອນຈິງໄດ້ວາງສະແດງ ບັນດາຜົນງານພົ້ນເດັ່ນໃນການປະຕິບັດໜ້າທີ່ການທະຫານ, ການປ້ອງການຊາດ, ສຸມໃສ່ຂະແໜງການຕ່າງໆເປັນຕົ້ນແມ່ນເຕັກໂນໂລຊີຂໍ້ມູນຂ່າວສານ, ທະຫານຊ່າງແສງ, ເຄມີ, ພະລາທິການ, ເສນາຮັກ...ບັນດາຮ້ານວາງສະແດງ ແລະ ການເຄື່ອນໄຫວ ຕະຫຼາດນັດ ການຄ້າ ຍັງໄດ້ສືບຕໍ່ຮັກສາໄວ້ໃນລະບົບ ອອນລາຍ ເປັນ ເວລາ 30 ມື້ ແລະ ສູງສຸດ ແມ່ນ 06 ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ