ເປີດງານວາງສະແດງສິນຄ້າມິດຕະພາບ ນະຄອນໂຮ່ຈີມິນ ຫວຽດນາມ-ລາວ ຄັ້ງທີ 2

(VOVWORLD) -ງານວາງສະແດງສິນຄ້າມິດຕະພາບ  ດ້ານການຄ້າ-ການບໍລິການ-ການທ່ອງທ່ຽວ  ຂອງນະຄອນໂຮ່ຈີມິນ ທີ່ແຂວງສະຫວັນນະເຂດ ແມ່ນເຫດການທາງດ້ານ ເສດຖະກິດ-ການເມືອງ - ສັງຄົມທີ່ມີຄວາມໝາຍສໍາຄັນ  ອັນເປັນການປະກອບສ່ວນຊຸກຍູ້ ສາຍພົວພັນ ການຮ່ວມມືດ້ານການຄ້າ ລະຫວ່າງ  ປະຊາຊົນ ແລະ ວິສາຫະກິດຂອງຫວຽດນາມ-ລາວ   ໂດຍສະເພາະ ນະຄອນໂຮ່ຈີມິນ ແລະ ແຂວງສະຫວັນນະເຂດ
ເປີດງານວາງສະແດງສິນຄ້າມິດຕະພາບ ນະຄອນໂຮ່ຈີມິນ ຫວຽດນາມ-ລາວ ຄັ້ງທີ 2 - ảnh 1ທ່ານ ສັນຕິພາບ ພົມວິຫານ  ເຈົ້າແຂວງສະຫວັນນະເຂດ ກ່າວຄໍາເຫັນທີ່ພິທີເປີດ (ພາບ:ຂປລ) 

ເມື່ອບໍ່ດົນມານີ້, ນະຄອນໂຮ່ຈີມິນ ສສ ຫວຽດນາມ  ໄດ້ເປີດງານວາງສະແດງສິນຄ້າມິດຕະພາບ ການຄ້າ-ການບໍລິການ -ການທ່ອງທ່ຽວນະຄອນໂຮ່ຈີມິນ ຫວຽດນາມ-ລາວ  ຄັ້ງທີ 2 ຢູ່ແຂວງສະຫວັນນະເຂດ  ໂດຍມີການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ  ເຈົ້າແຂວງສະຫວັນນະເຂດ, ທັງນີ້  ກໍເພື່ອເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດ  ໄດ້ແລກປ່ຽນຂໍ້ມູນການຄ້າເຊິ່ງກັນ  ແລະ ກັນ, ຊອກຫາຄູ່ຮ່ວມມືເພື່ອເປີດກວ້າງ ການພົວພັນການຄ້າ ແລະ ການລົງທຶນຮ່ວມກັນ.

ທ່ານ ຮິ່ງແກັກແມ້ງ ຮອງປະທານ ຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ,  ທັງເປັນປະທານສະມາຄົມ ມິດຕະພາບຫວຽດນາມ-ລາວ  ປະຈໍານະຄອນໂຮ່ຈີມິນ ໄດ້ໃຫ້ຮູ້ວ່າ:  ງານວາງສະແດງສິນຄ້າມິດຕະພາບ  ດ້ານການຄ້າ-ການບໍລິການ-ການທ່ອງທ່ຽວ  ຂອງນະຄອນໂຮ່ຈີມິນ ທີ່ແຂວງສະຫວັນນະເຂດ ແມ່ນເຫດການທາງດ້ານ ເສດຖະກິດ-ການເມືອງ - ສັງຄົມທີ່ມີຄວາມໝາຍສໍາຄັນ  ອັນເປັນການປະກອບສ່ວນຊຸກຍູ້ສາຍພົວພັນ ການຮ່ວມມືດ້ານການຄ້າ ລະຫວ່າງ  ປະຊາຊົນ ແລະ ວິສາຫະກິດຂອງຫວຽດນາມ - ລາວ   ໂດຍສະເພາະ ນະຄອນໂຮ່ຈີມິນ ແລະ ແຂວງສະຫວັນນະເຂດ, ງານວາງສະແດງຄັ້ງນີ້ ຈັດຂຶ້ນເປັນຄັ້ງໃຫຍ່ ເຊິ່ງມີກວ່າ 250 ຮ້ານວາງສະແດງຂອງບັນດາວິສາຫະກິດຫວຽດນາມ  ແລະ ລາວ ທີ່ມີສິນຄ້າຫຼາຍປະເພດໄດ້ນໍາວາງສະແດງ ແລະ ມີຄຸນະພາບດີ ເປັນຕົ້ນ  ຜະລິດຕະພັນກະເສດ, ເຕັກໂນໂລຊີສູງ,  ອຸປະກອນກະສິກໍາ, ເຕັກໂນໂລຊີ ຊີວະພາບ, ກົນຈັກ, ເຄື່ອງຈັກ,  ເຄື່ອງໄຟຟ້າ, ເສື້ອຜ້າ, ເກີບ, ອາຫານ ແລະ ສິນຄ້າ ອຸປະໂພກອື່ນໆ.

 ຕາມ ສປລ

ຕອບກັບ

ຂ່າວ/ບົດ​ອື່ນ