ເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24

(VOVWORLD) - ຊຸດອົບຮົມໄດ້ຮັບການປະຕິບັດຕາມເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ແລະ ຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ ໄລຍະ 2017-2022 ແລະ ດຳເນີນແຕ່ວັນທີ 12 ສິງຫາ ຮອດວັນທີ 7 ກັນຍາປີ 2019.
ເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24 - ảnh 1ພິທີເປີດຊຸດອົບຮົມ 

ຕອນບ່າຍວັນທີ 13 ສິງຫາຢູ່ ສະຖາບັນຊາວຫນຸ່ມເຍົາວະຊົນຫວຽດນາມ, ທີ່ຮ່າໂນ້ຍ, ສູນກາງຊາວຫນຸ່ມກອມມູນິດໂຮ່ຈິມີນ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24. ເຂົ້າຮ່ວມພິທີເປີດ ມີທ່ານ ສຸລິຍາ ວິທອງໄພ - ເລຂາທີ 4 ສະຖານທູດລາວ ປະຈຳຫວຽດນາມ, ທ່ານ ບູ່ຍກວາງຮູຍ ເລຂາຄະນະຊາວຫນຸ່ມກອມມູນິດ ໂຮ່ຈີມິນ ພ້ອມກັບ ສຳມະນາກອນ 50 ຄົນ ຊື່ງແມ່ນພະນັກງານຊາວຫນຸ່ມຂັ້ນສູນກາງ, ກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຂອງລາວເຂົ້າຮ່ວມ.

ເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24 - ảnh 2 ທ່ານ ບູ່ຍກວາງຮູຍ ເລຂາຄະນະຊາວຫນຸ່ມກອມມູນິດໂຮ່ຈີມິນ

ກ່າວຄຳເຫັນເປີດພິທີ, ທ່ານ ບູ່ຍກວາງຮູຍ ເລຂາຄະນະຊາວຫນຸ່ມກອມມູນິດໂຮ່ຈີມິນ ໃຫ້ຮູ້ວ່າ:

“ໃນຫລາຍປີຜ່ານມາ ສູນກາງຄະນະຊາວຫນຸ່ມສອງປະເທດ ແລະ ໄວຫນຸ່ມສອງປະເທດໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ. ຊຸດອົບຮົມຄັ້ງນີ້ ສະຖາບັນຊາວຫນຸ່ມເຍົາວະຊົນຫວຽດນາມ ໄດ້ກະກຽມຢ່າງລອບຄອບ ຈາກບັນຫາແນວທາງການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ຕະຫລອດຮອດທັດສະນະຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມີນ ເພື່ອສຶກສາໃຫ້ລຸ້ນຫນຸ່ມ ກ່ຽວກັບສາຍພົວພັນຫວຽດນາມ - ລາວ, ການພົວພັນດ້ານເສດຖະກິດການຄ້າ ຫວຽດນາມ -ລາວ. ພວກເພື່ອນຈະໄດ້ຮຽນບັນດາຄວາມຮູ້ກ່ຽວກັບວິຊາສະເພາະກ່ຽວຂ້ອງເຖິງອົງການຊາວຫນຸ່ມກອມມູນິດໂຮ່ຈິມີນ, ສະຫະພັນຊາວຫນຸ່ມຫວຽດນາມ, ສະມາຄົມນັກສຶກສາ ແລະ ຫນ້າທີ່ໃນວຽກງານກວດກາ, ເຕົ້າໂຮມຊາວຫນຸ່ມ.”

ເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24 - ảnh 3ທ່ານ ຄຳເລ້ ໄຊຍະວົງສີ ຮອງເລຂາຄະນະຊາວຫນຸ່ມແຂວງ ວຽງຈັນ 

 ຕາງຫນ້າໃຫ້ນັກສຳມະນາກອນລາວເຂົ້າຮ່ວມຊຸດອົບຮົມ, ທ່ານ ຄຳເລ້ ໄຊຍະວົງສີ ຮອງເລຂາຄະນະຊາວຫນຸ່ມແຂວງ ວຽງຈັນ ກ່າວວ່າ:

ຊຸດອົບຮົມໄດ້ຮັບການປະຕິບັດຕາມເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ແລະ ຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ ໄລຍະ 2017-2022 ແລະ ດຳເນີນແຕ່ວັນທີ 12 ສິງຫາ ຮອດວັນທີ 7 ກັນຍາປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ