ເປ​ີດ​ຕົວ App ທຳ​ອິດ​ທີ່​ສະ​ໜອງ​ຂໍ້​ມູນ ແລະ ການ​ບ​ໍ​ລິ​ການ​ດູ​ແລ​ສຸ​ຂະ​ພາບ​ໃຫ​້​ແກ່​ຜູ້​ອາ​ຍຸ​ສູງ

(VOVWORLD) - ແອັບ S – Health ໄດ້ຮັບການອອກແບບຢ່າງໃກ້ຊິດກັບຜູ້ນຳໃຊ້ ເພື່ອຊອກຫາຂໍ້ມູນກ່ຽວກັບສຸຂະພາບເວົ້າລວມ ແລະ ພິເສດແມ່ນບັນດາການບໍລິການດູແລສຸຂະພາບໃຫ້ແກ່ຄົນທີ່ມີອາຍຸສູງເວົ້າສະເພາະ. 
ເປ​ີດ​ຕົວ  App ທຳ​ອິດ​ທີ່​ສະ​ໜອງ​ຂໍ້​ມູນ ແລະ ການ​ບ​ໍ​ລິ​ການ​ດູ​ແລ​ສຸ​ຂະ​ພາບ​ໃຫ​້​ແກ່​ຜູ້​ອາ​ຍຸ​ສູງ - ảnh 1ການຖະແຫຼງຂ່າວເປີດຕົວແອັບ S – Health ຢ່າງເປັນທາງການ ຖືກຈັດຂຶ້ນແບບທາງໄກ (ພາບ: VOV2)

ຕອນບ່າຍວັນທີ 29 ກັນຍາ, ກອງທຶນປະຊາກອນ ສປຊ (UNFPA) ໄດ້ສົມທົບກັບກະຊວງສາທາລະນະສຸກ ປະກາດ ແອັບ S – Health ຢ່າງເປັນທາງການ, ພາຍຫຼັງການໃຊ້ທົດລອງມາເປັນເວລາ 8 ເດືອນ. ນີ້ແມ່ນແອັບລຸ້ນໃໝ່ທີ່ຫາກໍໄດ້ອອກແບບໃຫ້ສະເພາະການດູແລສຸຂະພາບຈາກທາງໄກໃຫ້ແກ່ຜູ້ອາຍຸສູງ, ເຊິ່ງເປັນໜຶ່ງໃນບັນດາກຸ່ມປະຊາກອນທີ່ມີຄວາມສ່ຽງສູງກວ່າໝູ່ໃນສັງຄົມ, ພິເສດແມ່ນໃນບັນດາກໍລະນີຮີບດ່ວນ ແລະ ການຕອບສະໜອງດ້ານມະນຸດສະທຳ.

        ແອັບດັ່ງກ່າວ ໄດ້ຮັບການອອກແບບຢ່າງໃກ້ຊິດກັບຜູ້ນຳໃຊ້ ເພື່ອຊອກຫາຂໍ້ມູນກ່ຽວກັບສຸຂະພາບເວົ້າລວມ ແລະ ພິເສດແມ່ນບັນດາການບໍລິການດູແລສຸຂະພາບໃຫ້ແກ່ຄົນທີ່ມີອາຍຸສູງເວົ້າສະເພາະ.  ແອັບດັ່ງກ່າວຈະສະໜອງຂໍ້ມູນທີ່ໄດ້ອັບເດດເປັນປະຈຳກ່ຽວກັບພະຍາດຕ່າງໆທີ່ຜູ້ອາຍຸສູງເຄີຍຕິດ; ຄວາມຮູ້ທີ່ກ່ຽວຂ້ອງເຖິງການຮັກສາລະບອບໂພສະນາການທີ່ດີ ແລະ ເໝາະສົມກັບຜູ້ອາຍຸສູງ; ປະສົບການດູແລສຸຂະພາບ. ນອກຈາກນັ້ນ, ຍັງຊ່ວຍຕິດຕາມບັນດາຕົວເລກກ່ຽວກັບສຸຂະພາບປະຈໍາວັນ ກໍຄື ມີການຕັ້ງໂມງເວລາບອກເຕືອນໃຫ້ກິນຢາ ຫຼື ໄປກວດສຸຂະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ