ເປີດ​ຕົວ ແລະ ນຳ​ຄະ​ນະ​ກຳ​ມະ​ການ​ແກ້ງ​ແຍ້ງ ແຫ່ງ​ຊາດ​ເຂົ້າ​​ສູ່ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ຄະນະກຳມະການແກ້ງແຍ້ງແຫ່ງຊາດ ແມ່ນອົງການຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ມີບົດບາດໜ້າທີ່ດຳເນີນການຟ້ອງສານສຳລັບການແກ້ງແຍ້ງ, ຄວບຄຸມການເຕົ້າໂຮມເສດຖະກິດ, ຕັດສິນ ຕໍ່ເລືອງຍົກເວັ້ນສຳລັບຂໍ້ຕົກລົງຈຳກັດການແກ້ງແຍ້ງທີ່ຖືກຫ້າມ
ເປີດ​ຕົວ ແລະ ນຳ​ຄະ​ນະ​ກຳ​ມະ​ການ​ແກ້ງ​ແຍ້ງ ແຫ່ງ​ຊາດ​ເຂົ້າ​​ສູ່ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ - ảnh 1ກອງປະຊຸມ ຜັນຂະຫຍາຍປະຄິບັດດຳລັດຂອງລັດຖະບານ (ພາບ: VOV)

ຕອນເຊົ້າວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຜັນຂະຫຍາຍປະຄິບັດດຳລັດຂອງລັດຖະບານ ກ່ຽວກັບການກຳນົດທິດບົດບາດໜ້າທີ່, ສິດອຳນາດ ແລະ ໂຄງປະກອບການຈັດຕັ້ງຂອງຄະນະກຳມະການແກ້ງແຍ້ງ ແຫ່ງຊາດ ແລະ ປະກາດບັນດາຂໍ້ຕົກລົງກ່ຽວກັບວຽກງານພະນັກງານຂອງຄະນະກຳມະການ. ຄະນະກຳມະການແກ້ງແຍ້ງແຫ່ງຊາດ ແມ່ນອົງການຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ມີບົດບາດໜ້າທີ່ດຳເນີນການຟ້ອງສານສຳລັບການແກ້ງແຍ້ງ, ຄວບຄຸມການເຕົ້າໂຮມເສດຖະກິດ, ຕັດສິນ ຕໍ່ເລືອງຍົກເວັ້ນສຳລັບຂໍ້ຕົກລົງຈຳກັດການແກ້ງແຍ້ງທີ່ຖືກຫ້າມ, ແກ້ໄຂການຮ້ອງທຸກຕໍ່ການຕັດສິນແກ້ໄຂການແກ້ງແຍ້ງຕາມຂໍ້ກຳນົດຂອງກົດໝາຍ. ຢູ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ມອບໝາຍໜ້າທີ່ຈຸດສຸມໃຫ້ແກ່ຄະນະກຳມະການແກ້ງແຍ້ງແຫ່ງຊາດ ໃຫ້ຮູ້ວ່າ:

ສຸມໃສ່ການຜັນຂະຫຍາຍປະຕິບັດວຽກງານຟ້ອງສານສຳລັບການແກ້ງແຍ້ງ ແລະ ການຄຸ້ມຄອງລັດໃນການແກ້ງແຍ້ງ, ການຄວບຄຸມການພົວພັນແລກປ່ຽນດ້ານເສດຖະກິດ, ພິເສດແມ່ນການເຄື່ອນໄຫວໂຮມເຂົ້າ, ຊື້ຄືນບັນດາວິສາຫະກິດໃຫຍ່ ເຄື່ອນໄຫວໃນຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດເພື່ອຮັບປະກັນຜົນປະໂຫຍດດີທີ່ສຸດຂອງປະເທດຊາດ ແລະ ປະກອບສ່ວນຍົກສູງລັກສະນະເອກະລາດ, ຄວາມເປັນເຈົ້າການຂອງພື້ນຖານເສດຖະກິດແຫ່ງຊາດ

ຕອບກັບ

ຂ່າວ/ບົດ​ອື່ນ