ເປີດ​ຕົວ​ກຸ່ມ​ເຕັກ​ໂນ​ໂລ​ຢີ ແຍກເຄື່ອງ​ຝ​າກ​ທາງ​ໄປ​ສະ​ນີ ​ແບບ​ອັດ​ສະ​ລິ​ຍະ​ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ

(VOVWORLD) - ດ້ວຍກ່ວາ 40ປະຕູເຂົ້າ/ອອກເຄື່ອງຝາກທາງໄປສະນີ ແລະ ເກືອບ 1.200ປະຕູແຍກເຄື່ອງ, ກຸ່ມສາມາດແຍກເຄື່ອງຂຶ້ນເຖິງ 1,4 ລ້ານຢ່າງ/ວັນ, ເພີ່ມຂຶ້ນ 40% ເມື່ອທຽບໃສ່ເມື່ອກ່ອນ.
ເປີດ​ຕົວ​ກຸ່ມ​ເຕັກ​ໂນ​ໂລ​ຢີ ແຍກເຄື່ອງ​ຝ​າກ​ທາງ​ໄປ​ສະ​ນີ ​ແບບ​ອັດ​ສະ​ລິ​ຍະ​ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ - ảnh 1ກຸ່ມເຕັກໂນໂລຢີແຍກເຄື່ອງຝາກທາງໄປສະນີ ແບບອັດສະລິຍະ (ພາບ:  Viettel/TTXVN)

ວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ, ບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel (Viettel Post) ໄດ້ເປີດຕົວກຸ່ມເຕັກໂນໂລຢີແຍກເຄື່ອງຝາກທາງໄປສະນີ ແບບອັດສະລິຍະແຫ່ງທຳອິດຂອງ ຫວຽດນາມ. ກຸ່ມມີລະດັບຄວາມອັດຕະໂນມັດສູງທີ່ສຸດຢູ່ ຫວຽດນາມ, ນຳໃຊ້ ຮຸ່ນຍົນໃນການແຍກເຄື່ອງ ດ້ວຍຕົນເອງ (robot AGV), ລະບົບແຍກເຄື່ອງໃຫຍ່ ແລະ ລະບົບແຍກເຄື່ອງແບບສາຍພານ.  Viettel Post ກໍ່ແມ່ນບໍລິສັດ logistic ແຫ່ງທຳອິດຢູ່ ຫວຽດນາມ ທີ່ຜັນຂະຫຍາຍເຕັກໂນໂລຢີ robot AGV. ດ້ວຍກ່ວາ 40ປະຕູເຂົ້າ/ອອກເຄື່ອງຝາກທາງໄປສະນີ ແລະ ເກືອບ 1.200ປະຕູແຍກເຄື່ອງ, ກຸ່ມສາມາດແຍກເຄື່ອງຂຶ້ນເຖິງ 1,4 ລ້ານຢ່າງ/ວັນ, ເພີ່ມຂຶ້ນ 40% ເມື່ອທຽບໃສ່ເມື່ອກ່ອນ, ຊ່ວຍຍົກລະດັບການຂົນສົ່ງເຄື່ອງ ຂອງທົ່ວລະບົບ Viettel Post ຂຶ້ນເຖິງ 4 ລ້ານຢ່າງ/ວັນ, ຕອບສະໜອງປະມານ 50% ເຄື່ອງທາງການຄ້າເອເລັກໂຕນິກຢູ່ ຫວຽດນາມ. ຄວາມຜິດພາດຂອງກຸ່ມເກືອບຄືວ່າ ເທົ່າກັບ 0, ຫຼຸດຜ່ອນເວລາຂົນສົ່ງໃນວິວັດການໜຶ່ງແຕ່ 8 – 10 ຊົ່ວໂມງ, ເພີ່ມປະລິມານ 3,5 ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ