ເປີດ​ຕົວ​ທະ​ນາ​ຄານ ແຊນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ກົດປຸ່ມເປີດນຳໃຊ້ ທະນາຄານ ແຊນ (DNA) ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຮູ້ລາຍຊື່, ຂໍ້ມູນ ແລະ ຍາດຕິພີ່ນ້ອງຢ່າງເປັນທາງການ.
ເປີດ​ຕົວ​ທະ​ນາ​ຄານ ແຊນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ພິທີເປີດຕົວທະນາຄານ ແຊນນັກຮົບເສຍສະຫຼະຊີວິດເພື່ອຊາດ

     ຫວ່າງແລ້ວນີ້, ເນື່ອງໃນໂອກາດວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 77 ປີ (27 ກໍລະກົດ 1947 - 27 ກໍລະກົດ 2024), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ກົດປຸ່ມເປີດນຳໃຊ້ ທະນາຄານ ແຊນ (DNA) ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຮູ້ລາຍຊື່, ຂໍ້ມູນ ແລະ ຍາດຕິພີ່ນ້ອງຢ່າງເປັນທາງການ.

      ການກໍ່ສ້າງທະນາຄານດັ່ງກ່າວໃຫ້ແກ່ນັກຮົບ ເສຍສະຫຼະຊີວິດ ເພື່ອຊາດ  ແລະ ຍາດຕິພີນ້ອງແມ່ນຄວາມຫວັງຂອງປະຊາຊົນທົ່ວປະເທດວ່າໃນອະນາຄົດອັນໃກ້ນີ້, ບັນດານັກຮົບທີ່ເສຍສະຫຼະ ຊີວິດເພື່ອພາລະກິດປົກປັກຮັກສາປະເທດຊາດຈະໄດ້ຮັບການທ້ອນໂຮມແລະກໍານົດລາຍຊື່.

    ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ການເຄື່ອນໄຫວຂອງທະນາຄານແຊນ ແມ່ນມຸ່ງໄປເຖິງຈຸດໝາຍ ຮອດປີ 2030 ກຳນົດລາຍຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ ດ້ວຍການກວດ DNA ປະມານ 20.000 ຕົວຢ່າງ, ພະຍາຍາມຢັ້ງຢືນລາຍຊື່ໃຫ້ແກ່ນັກຮົບຢູ່ 60% ຈຳນວນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ຮູ້ລາຍຊື່ ແລະ ຍາດພີນ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ