ເປີດ​ຕົວ​ປື້ມ “25 ປີ​ແຫ່ງວັນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ອາ​ຊຽນ”

(VOVWORLD) -ວັນທີ 28 ກໍລະກົດ ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງພິທີເປີດຕົວປຶ້ມ “25ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມອາຊຽນ”. ກ່າວຄຳເຫັນທີ່ພິທີທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມແບ່ງປັນປະຫວັດສາດ 25 ປີແຫ່ງວັນຫວຽດນາມຮ່ວມເດີນທາງພ້ອມກັບອາຊຽນແມ່ນໄລຍະທີ່ຫວຽດນາມປະສົບກັບສິ່ງທ້າທາຍຫຼາຍຢ່າງ ແຕ່ກໍມີຫຼາຍຂີດໝາຍທີ່ສຳຄັນ. 
ເປີດ​ຕົວ​ປື້ມ “25 ປີ​ແຫ່ງວັນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ອາ​ຊຽນ” - ảnh 1ພິທີເປີດຕົວປື້ມ “25ປີແຫ່ງວັນຫວຽດນາມເຂົ້າຮ່ວມອາຊຽນ” (ພາບ:  hanoimoi.com.vn

ດ້ວຍຄວາມປາດຖະໜາຢາກ ທົບທວນໄລຍະທາງປະຫວັດສາດທີ່ເປັນໜ້າຈົດຈຳນີ້ ກໍ່ຄືຂ່ຳນັບຮັບຕ້ອນປີຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020, ຄະນະກຳມະການແຫ່ງຊາດ 2020 ໄດ້ສົມທົບກັບສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດຄວາມຈິງພິມຈຳໜ່າຍ ປຶ້ມ “25ປີແຫ່ງວັນຫວຽດນາມເຂົ້າຮ່ວມອາຊຽນ”. ທ່ານ ຟ້າມບິ່ງມິງ ໃຫ້ຮູ້ວ່າ:

        ປື້ມຫົວນີ້ລວມມີບົດຂຽນຂອງບັນດາທ່ານອະດີດການນຳລັດຖະບານ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອະດີດຫົວໜ້າບັນດາກອງປະຊຸມພິເສດຂອງບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ASEAN) ກໍ່ຄືເຂົ້າຮ່ວມອາຊຽນດ້ວຍຄວາມຫວັງວ່າ ປຶ້ມຫົວນີ້ຈະສ່ອງແສງໃຫ້ເຫັນບາດກ້າວຂອງຫວຽດນາມໃນການເຂົ້າຮ່ວມອາຊຽນ, ວຽກງານທີ່ຫວຽດນາມ ປະຕິບັດໄດ້ໃນ 25 ປີທີ່ຜ່ານມາ, ພິເສດແມ່ນບົດຮຽນ, ປະສົບການຂອງຫວຽດນາມ ໃນ 25 ປີທີ່ຜ່ານມາ ກໍ່ຄືວິໄສທັດຂອງອາຊຽນໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ