ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

(VOVWORLD) - ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.
ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ” - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີ

ປຶ້ມໄດ້ແປ່ຈາກພາສາຝລັ່ງ, ພິມຈຳໜ່າຍຄັ້ງທຳອິດໃນປີ 2004 ແລະ ພິມໃໝ່ເປັນສອງຄັ້ງໃນປີ 2012 ແລະ 2021. ປຶ້ມ ໄດ້ຈົດຈຳບັນດາເລື່ອງລາວຂອງຕົວພະຍານປະຫວັດສາດ ຫຼາຍຄົນ ຈາກຝ່າຍຝລັ່ງ ນັບແຕ່ຜູ້ບັນຊາການ ຕະຫຼອດຮອດບັນດານັກຮົບ, ນັກເຕັກນິກ, ພະລາທິການ, ທ່ານໝໍ, ພະຍາບານ… ກ່ຽວກັບ ການສູ້ຮົບຢູ່ ດ້ຽນບຽນຝູ ກ່ອນນີ້ 70 ປີ. ຕາມທ່ານ Pierre Journoud, ສາດສະດາຈານປະຫວັດສາດ ຢູ່ມະຫາວິທະຍາໄລ Montpellier 3 - Paul Valery ເຊິ່ງແມ່ນ 1 ໃນ ຜູ້ຂຽນປຶ້ມ 2 ຄົນແລ້ວ, ນີ້ແມ່ນຜົນງານນຳມາເຊິ່ງການສັງເກດຢ່າງຮອບດ້ານກ່ຽວກັບເຫດການປະຫວັດສາດ ດ້ຽນບຽນຝູ. ທ່ານນາງ Sophie Maysonnave ທີ່ປຶກສາການຮ່ວມມື ແລະ ການເຄື່ອນໄຫວວັດທະນະທຳ, ຜູ້ອຳນວຍການສະຖາບັນຝລັ່ງ ປະຈຳ ຫວຽດນາມ ຕີລາຄາວ່າ:

ປຶ້ມຫົວນີ້ມີຄວາມໝາຍຕາງໜ້າຢ່າງຍິງຍ້ອນຫຼາຍສາຍເຫດ. ທີໜຶ່ງແມ່ນ ນີ້ແມ່ນປຶ້ມໄດ້ປະຕິບັດຈາກຕົວພະຍານຂອງທັງສອງຝ່າຍ. ນີ້ແມ່ນປັດໄຈສຳຄັນໃນການວາດພາບຄວາມຈິງປະຫວັດສາດ. ປຶ້ມຫົວນີ້ ໂດຍບັນດາຜູ້ແປ່ພາສາ ຂອງຫວຽດນາມ ຄົ້ນຄ້ວາ ແລະ ອ່ານລະອຽດ ເພື່ອຢັ້ງຢືນຄວາມຊັດເຈນ ຂອງຂໍ້ມູນ ດັ່ງນັ້ນ ປະຫວັດສາດໄດ້ວາດພາບຢ່າງແທດຈິງທີ່ສຸດ. ເລື່ອງນີ້ຊ່ວຍໃຫ້ພວກເຮົາກະກຽມໃຫ້ແກ່ອະນາຄົດ ຍ້ອນວ່າ ຢາກສືບຕໍ່ກ້າວເດີນທາງໜ້າ ຕ້ອງ ມີຄວາມເຂົ້າໃຈອະດີດຕະການຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ