ເປີດຕົວປື້ມ “ເລວັນຮຽນ - ເອກອັກຄະລັດຖະທູດ ຫວຽດນາມ ຄົນທຳອິດປະຈຳ ລາວ”

(VOVWORLD) -ສິ່ງພິມ 2 ຢ່າງທີ່ມີຄຸນຄ່າ ຈະປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ຈິດໃຈຄວາມຮັບຜິດຊອບຂອງປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດ
ເປີດຕົວປື້ມ “ເລວັນຮຽນ - ເອກອັກຄະລັດຖະທູດ ຫວຽດນາມ ຄົນທຳອິດປະຈຳ ລາວ” - ảnh 1 ສິ່ງພິມ 2 ຢ່າງ
(ພາບ: vietnamnet.vn)

        ວັນທີ 24 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີເປີດຕົວປື້ມ “ເລວັນຮຽນ - ເອກອັກຄະລັດຖະທູດ ຫວຽດນາມ ຄົນທຳອິດປະຈຳ ລາວ” ແລະ ວາລະສານສະບັບພິເສດຂອງໜັງສືພິມ ໂລກ ແລະ  ຫວຽດນາມ ເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.

        ວັນທີ 08 ກັນຍາ 1962, ພາຍຫຼັງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ແລະ ລາຊະອານາຈັກ ລາວ ສ້າງຕັ້ງການພົວພັນທາງການທູດໄດ້ 3 ວັນ, ປະທານ ໂຮ່ຈີມິນ ໄດ້ເຊັນລັດຖະດຳລັດແຕ່ງຕັ້ງທ່ານ ເລວັນຮຽນ ດຳລົງຕຳແໜ່ງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນທຳອິດຂອງ ຫວຽດນາມ ປະຈຳ ລາວ. ທ່ານ ເລວັນຮຽນ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ລາວ (1962-1976). ເພື່ອແນໃສ່ຮັບຮູ້ ແລະ ເຊີດຊູບັນດາການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ເລວັນຮຽນ ໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ, ປີ 2020, ໂຮງພິມ ແລະ ຈຳໜ່າຍແຫ່ງຊາດ ລາວ ໄດ້ຈຳໜ່າຍປື້ມ “ທ່ານເອກອັກຄະລັດຖະທູດ ເລວັນຮຽນ ຢູ່ ລາວ”. ສິ່ງພິມ 2 ຢ່າງທີ່ມີຄຸນຄ່າ ຈະປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ຈິດໃຈຄວາມຮັບຜິດຊອບຂອງປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດ ຕໍ່ການຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ