ເປີດຕົວປະຕູຖານຂໍ້ມູນວິສາຫະກິດອາຊຽນ

(VOVWORLD) -ເປີດຕົວ ASEAN Access - ປະຕູຖານຂໍ້ມູນ “ຈຸດນັດພົບໜຶ່ງດຽວ” ທີ່ສະຫງວນໃຫ້ແກ່ວິສາກິດໃນພາກພື້ນທີ່ຢາກເປີດກວ້າງຂອບເຂດສຳຜັດກັບຕະຫຼາດ
ເປີດຕົວປະຕູຖານຂໍ້ມູນວິສາຫະກິດອາຊຽນ - ảnh 1ພິທີເປີດຕົວປະຕູຖານຂໍ້ມູນວິສາຫະກິດອາຊຽນ
(ພາບ: TTXVN)

ວັນທີ 16 ມິຖຸນາ, ຄະນະກຳມະການປະສານງານອາຊຽນ ກ່ຽວກັບຈຸລະວິສະຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ACCMSME) ໄດ້ເປີດຕົວ ASEAN Access - ປະຕູຖານຂໍ້ມູນ “ຈຸດນັດພົບໜຶ່ງດຽວ” ທີ່ສະຫງວນໃຫ້ແກ່ວິສາກິດໃນພາກພື້ນທີ່ຢາກເປີດກວ້າງຂອບເຂດສຳຜັດກັບຕະຫຼາດ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນ MSME (ວັນທີ 27 ມິຖຸນາ) ແຕ່ລະປີ.

        ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງເມື່ອເຂົ້າຮ່ວມຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ປະຕູຖານຂໍ້ມູນນີ້ໄດ້ຮັບການອອກແບບເພື່ອເຊື່ອມຕໍ່ບັນດາວິສາຫະກິດກັບນັກສະໜອງການບໍລິການໃນບັນດາຂົງເຂດແຈກຢາຍ, ຂົນສົ່ງ ແລະ ພະລາທິການ, ຄົ້ນຄວ້າຕະຫຼາດ ແລະ ໃຫ້ຄຳປຶກສາຊັບສິນທາງປັນຍາ, ກົດໝາຍ…

        ເລື່ອງສ້າງປະຕູຖານຂໍ້ມູນດັ່ງກ່າວແມ່ນເພື່ອປະຕິບັດແຜນການກະທຳຍຸດທະສາດອາຊຽນ ກ່ຽວກັບການພັດທະນາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໄລຍະ 2016 – 2025 ດ້ວຍເປົ້າໝາຍສ້າງບັນດາ MSME ມີກຳລັງແກ່ງແຍ້ງທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ