ເປີດຕົວຜະລິດຕະພັນການທ່ອງທ່ຽວໃໝ່ “ຄົ້ນຫາຖ້ຳ ວ່ອມ - ຖ້ຳ ຢຽງວອກ” ຢູ່ ກ໋ວາງບີ່ງ

(VOVWORLD) - ຜະລິດຕະພັນການທ່ອງທ່ຽວໃໝ່ “ຄົ້ນຫາຖ້ຳ ວ່ອມ - ຖ້ຳ ຢ໊ຽງວອກ” ຢູ່ເຂດປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ໄດ້ເປີດບໍລິການຢ່າງເປັນທາງການນັບແຕ່ວັນທີ 24 ຕຸລາ.
ເປີດຕົວຜະລິດຕະພັນການທ່ອງທ່ຽວໃໝ່ “ຄົ້ນຫາຖ້ຳ ວ່ອມ - ຖ້ຳ ຢຽງວອກ” ຢູ່ ກ໋ວາງບີ່ງ - ảnh 1 ເປີດຕົວຜະລິດຕະພັນການທ່ອງທ່ຽວໃໝ່ “ຄົ້ນຫາຖ້ຳ ວ່ອມ - ຖ້ຳ ຢຽງວອກ” ຢູ່ ກ໋ວາງບີ່ງ (ພາບອິນເຕີແນັດ)

ຕາມແຜນການແລ້ວ, ຜະລິດຕະພັນການທ່ອງທ່ຽວລວມມີ 2 ລາຍການ: ທັດສະນະສຶກສາ 1 ວັນ ແລະ 2 ວັນ 1 ຄືນ. ແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົວຈິງທີ່ເປັນໜ້າຈັບໃຈຄື: ລຸຍຂ້າມຫ້ວຍ, ຂ້າມຄ້ອຍ, ຕັ້ງຄ້າຍນອນຄ້າງຄືນໃນປ່າ…ແລະ ຢ້ຽມຊົມບັນດາລະບົບຖ້ຳທີ່ສວຍສົດງົດງາມ, ໃຫຍ່ໂຕມະໂຫຖານ ແລະ ລະບົບຊີວະນາໆພັນສັດ ແລະ ພຶກສາສາດທີ່ອຸດົມສົມບຸນ.

       ຖ້ຳ ວ່ອມ ຕັັ້ງຢູ່ຫ່າງຈາກເສັ້ນທາງ ໂຮ່ຈີມິນ ຢູ່ກິໂປແມັດທີ່ 16 ສາຍທາງທິດຕາເວັນຕົກ ປະມານ 4 ກມ. ປາກຖ້ຳກ້ວາງ 100 ແມັດ, ສູງ 50 ແມັດ, ມີໜອງໃຫຍ່ຢູ່ປາກຖ້ຳ. ຖ້ຳ ຢ໊ຽງວອກ ຢູ່ຫ່າງຈາກເຂດທ່ອງທ່ຽວຊີວະພາບຫ້ວຍ ເນືອກມອກ (ຟອງຍາ - ແກ໋ບ່າງ) ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 1 ກມ, ຍາວກ່ວາ 400 ມ, ໃນຖ້ຳມີຫ້ວຍ ແລະ ໜອງ 4 ແຫ່ງ. ຖ້ຳມີຫີນຍ້ອຍສາຍງາມ ແລະ ເປັນເອກະລັກສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ