ເປີດ​ຕົວລະ​ບົບ​ຖານ​ດີ​ຈີ​ຕອນ​ເຊື່ອມ​ຕໍ່​ພູມ​ປັນ​ຍາ

(VOVWORLD) -ໂດຍໄດ້ຮັບການຜັນຂະຫຍາຍມາແຕ່ປີ 2018, ແຜນຮ່າງ “ພັດທະນາລະບົບຖານດີຈີຕອນພູມປັນຍາຫວຽດ” ດ້ວຍເປົ້າໝາຍສ້າງພື້ນຖານຂໍ້ມູນຂ່າວສານ ແລະ ເຜີຍແຜ່ພູມປັນຍາໃນບັນດາຂົງເຂດເສດຖະກິດ - ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຢີ, ສ້າງເງື່ອນໄຂເພື່ອໃຫ້ຊຸມຊົນເຂົ້າຮ່ວມປະກອບສ່ວນ, ແບ່ງປັນ  ແລະ ຂຸດຄົ້ນ, ປະດິດສ້າງບັນດາໂປຼແກຼມດີຈີຕອນ
ເປີດ​ຕົວລະ​ບົບ​ຖານ​ດີ​ຈີ​ຕອນ​ເຊື່ອມ​ຕໍ່​ພູມ​ປັນ​ຍາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມກ່າວຄຳເຫັນທີ່ເຫດການ (ພາບ: Vietnam+) 

ໃນຂອບເຂດແຜນຮ່າງລັດຖະບານ “ພັດທະນາລະບົບດີຈີຕອນພູມປັນຍາຫວຽດ”, ວັນທີ 1 ຕຸລາຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ສົມທົບກັບບັນດາຫົວໜ່ວຍເຂົ້າຮ່ວມແຜນຮ່າງຈັດຕັ້ງໂຄງການ ປຸກລະດົມບັ້ນເຄື່ອນໄຫວວຽກງານກຸສົນ ໃນລະດບົບຖານດີຈີຕອນ iNhandao ແລະ ເປີດຕົວບັນດາລະບົບຖານດີຈີຕອນໃນບັນດາຂົງເຂດການສຶກສາ, ການແພດ, ວັດທະນະທຳ.

ໂດຍໄດ້ຮັບການຜັນຂະຫຍາຍມາແຕ່ປີ 2018, ແຜນຮ່າງ “ພັດທະນາລະບົບຖານດີຈີຕອນພູມປັນຍາຫວຽດ” ດ້ວຍເປົ້າໝາຍສ້າງພື້ນຖານຂໍ້ມູນຂ່າວສານ ແລະ ເຜີຍແຜ່ພູມປັນຍາໃນບັນດາຂົງເຂດເສດຖະກິດ - ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຢີ, ສ້າງເງື່ອນໄຂເພື່ອໃຫ້ຊຸມຊົນເຂົ້າຮ່ວມປະກອບສ່ວນ, ແບ່ງປັນ  ແລະ ຂຸດຄົ້ນ, ປະດິດສ້າງບັນດາໂປຼແກຼມດີຈີຕອນເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ