ເປີດຕົວສື່ສັງຄົມທ່ອງທ່ຽວ Astra

(VOVWORLD) -ໂຄງການສື່ສັງຄົມທ່ອງທ່ຽວ Astra ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 21 ກັນຍາ ຢູ່ຮ່າໂນ້ຍ.
ເປີດຕົວສື່ສັງຄົມທ່ອງທ່ຽວ Astra - ảnh 1 ພິທີເປີດ (ພາບ: VOV5)

ນີ້ແມ່ນ ສື່ສັງຄົມອອນລາຍກ່ຽວກັບການທ່ອງທ່ຽວທໍາອິດ ທີ່ນໍາໃຊ້ຮູບແບບມອບຂອງຂວັນໃຫ້ຜູ້ຊົມໃຊ້ ແລະ ນໍາໃຊ້ເຕັກໂນໂລຢີ blockchain ຮັບປະກັນຄວາມຍຸຕິທໍາ, ໂປ່ງໃສ ແລະ ມີປະສິດທິຜົນ.

        ດ້ວຍທິດນໍາທີ່ວ່າ “ຄລິກກໍຈະເຖິງສະຖານທີ່ເລີຍ”, ສື່ສັງຄົມທ່ອງທ່ຽວ Astra ມີຄຸນສົມບັດຄື: ເຊື່ອມຕໍ່ກັບໂລກແຫ່ງການທ່ອງທ່ຽວ; ແບ່ງປັນບັນດາລາຍການທ່ອງທ່ຽວ ແລະ ປະສົບການ; ມອບຂອງຂວັນໃຫ້ຜູ້ແບ່ງປັນ; ແລກປ່ຽນໃນການທ່ອງທ່ຽວກັບຄົນອື່ນ; ຊື້ຜະລິດຕະພັນ ຫຼື ບໍລິການທ່ອງທ່ຽວ ດ້ວຍຫຼາຍສິດທິພິເສດ. ຜູ້ໃຊ້ ສື່ສັງຄົມທ່ອງທ່ຽວ Astra ຈະເຂົ້າເຖິງບັນດາແຫຼ່ງຂໍ້ມູນກ່ຽວກັບສະຖານທີ່ທ່ອງທ່ຽວ ທີ່ເຂົາຕ້ອງການໄດ້ຢ່າງວ່ອງໄວ, ສະດວກ ແລະ ຊັດເຈນ. ຜູ້ແບ່ງປັນບົດຄໍາເຫັນລົງທາງສື່ສັງຄົມນັ້ນ ຈະໄດ້ຮັບຄະແນນລາງວັນ ເມື່ອບົດຂຽນຂອງຕົນ ມີຫຼາຍຄົນຄລິກ like,  share ແລະ comment.


ຕອບກັບ

ຂ່າວ/ບົດ​ອື່ນ