ເປີດຕົວຫ້ອງການ CDC ຢູ່ຫວຽດນາມ ແມ່ນພະຍານຫຼັກຖານໃຫ້ແກ່ຄຳໝັ້ນສັນຍາຂອງອາເມລິກາທີ່ມີຕໍ່ອາຊຽນ

(VOVWORLD) -ຕອນບ່າຍວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຝ້າມບີງມິນ ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ພ້ອມກັນເຂົ້າຮ່ວມພິທີ ເປີດຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງສູນປ້ອງກັນ ສະກັດກັ້ນ ແລະ ຄວບຄຸມໂລກພະຍາດອາເມລິກາ CDC ຢູ່ຮ່າໂນ້ຍ.
ເປີດຕົວຫ້ອງການ CDC ຢູ່ຫວຽດນາມ ແມ່ນພະຍານຫຼັກຖານໃຫ້ແກ່ຄຳໝັ້ນສັນຍາຂອງອາເມລິກາທີ່ມີຕໍ່ອາຊຽນ - ảnh 1ຮອງນາຍົກລັດຖະມົນຕີ ຝ້າມບີງມິນແລະທ່ານນາງຮອງປະທານາທິບໍດີ Kamala Harris ໃນພິທີເປີດຫ້ອງການ CDC ຢູ່ຮ່າໂນ້ຍ

   ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຝ້າມບີງມິນ ເນັ້ນໜັກວ່າ ການຮ່ວມມືໃນຂົງເຂດເບິ່ງແຍງສຸຂະພາບ ຍາມໃດກໍແມ່ນຈຸດທີ່ພົ້ນເດັ່ນໃນການພົວພັນລະຫວ່າງອາເມລິກາ-ອາຊຽນ. ເລື່ອງເປີດຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງສູນປ້ອງກັນ ສະກັດກັ້ນ ແລະ ຄວບຄຸມໂລກພະຍາດອາເມລິກາ CDC ຢູ່ຮ່າໂນ້ຍ ແມ່ນການສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງລັດຖະບານອາເມລິກາທີ່ມີຕໍ່ພາກພື້ນ. ທ່ານເຊື່ອໝັ້ນວ່າ ຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງສູນປ້ອງກັນ ສະກັດກັ້ນ ແລະ ຄວບຄຸມໂລກພະຍາດອາເມລິກາ CDC ຢູ່ຮ່າໂນ້ຍ ຈະຮ່ວມມືຢ່າງໜັກແໜ້ນກັບບັນດາຄູ່ຮ່ວມມືທັງພາຍໃນ ແລະ ນອກພາກພື້ນເພື່ອເດີນຕາມເປົ້າໝາຍທີ່ສຳຄັນ ແມ່ນຮັບປະກັນການເບິ່ງແຍງສຸຂະພາບທີ່ດີໃຫ້ແກ່ປະຊາຊົນ.

    ສ່ວນ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ກໍໃຫ້ຮູ້ວ່າ ການເປີດ ຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງສູນປ້ອງກັນ ສະກັດກັ້ນ ແລະ ຄວບຄຸມໂລກພະຍາດອາເມລິກາ CDC ຢູ່ຮ່າໂນ້ຍ ແມ່ນພະຍານຫຼັກຖານໃຫ້ແກ່ຄຳໝັ້ນສັນຍາຂອງອາເມລິກາທີ່ມີຕໍ່ອາຊຽນ.

   ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ເນັ້ນໜັກວ່າ ອາເມລິກາຫວັງວ່າ ຢາກເຮັດໃຫ້ການພົວພັນຮ່ວມມືໃນຂົງເຂດສາທາລະນະສຸກວົງຄະນະຍາດກັບອາຊຽນໃຫ້ເລິກເຊິ່ງກວ່າອີກ, ມຸ່ງໄປເຖິງເປົ້າໝາຍຊ່ວຍໜູນບັນດາປະເທດໃນພາກພື້ນ ຮັບມືກັບບັນດາໄພນາບຂູ່ຕໍ່ສຸຂະພາບໃນອະນາຄົດ. 

ຕອບກັບ

ຂ່າວ/ບົດ​ອື່ນ