ເປີດຕົວເວັບໄຊຂໍ້ມູນຂ່າວເອເລັກໂຕນິກຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

(VOVWORLD) -ການເປີດຕົວດ້ວຍຈຸດປະສົງຮັບເອົາຄຳເຫັນປະກອບໂດຍກົງຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມີຕໍ່ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ, ລະບຽບການບໍລິການ ທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ວັນທີ 23 ຕຸລາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດຫວຽດນາມ) ໄດ້ຈັດພິທີເປີດຕົວເວັບໄຊຂໍ້ມູນຂ່າວເອເລັກໂຕນິກ ແລະ ປຸກລະດົມລາຍການ “ສຳຫຼວດຄຳເຫັນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບກົດໝາຍ ແລະ ລະບຽບການບໍລິການທີ່ກ່ຽວຂ້ອງຢ່າງຮອບດ້ານ”. ເຫດການໄດ້ຈັດຂຶ້ນໂດຍກົງ ສົມທົບກັບທາງໄກ ໂດຍທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນປະທານ ພ້ອມກັບການເຂົ້າຂອງຮ່ວມການນຳໜ່ວຍງານໃນກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ.

        ຄະນະກຳມະການ ໄດ້ສ້າງເນື້ອໃນ ແລະ ພັດທະນາຊອບແວ “ສຳຫຼວດຄຳເຫັນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບກົດໝາຍ ແລະ ລະບຽບການບໍລິການທີ່ກ່ຽວຂ້ອງຢ່າງຮອບດ້ານ” ດ້ວຍຈຸດປະສົງຮັບເອົາຄຳເຫັນປະກອບໂດຍກົງຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມີຕໍ່ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ, ລະບຽບການບໍລິການ ທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນຂໍ້ກຳນົດທີ່ກ່ຽວຂ້ອງເຖິງຂົງເຂດສັນຊາດ, ທີ່ຢູ່ອາໄສ, ການລົງທຶນ, ດຳເນີນເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ