ເປີ​ດ​ຕົວ​ໂຄງ​ການ​ພັດ​ທະ​ນາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ແບບ​ຍືນ​ຍົງ​ໂດຍ USAID ອຸ​ປະ​ຖຳ

(VOVWORLD) -ອົງການພັດທະນາສາກົນ ອາເມລິກາ (USAID) ແລະ ອົງການແຜນການໜູນຊ່ວຍສຸກເສີນຂອງ ປະທານາທິບໍດີ ອາເມລິກາ ກ່ຽວກັບການປ້ອງກັນ, ຕ້ານເຊື້ອ HIV  ໂລກ AIDS (PEPFAR) ໄດ້ຈັດພິທີເປີດຕົວໂຄງການພັດທະນາລະບົບສາທາລະນະສຸກແບບຍືນຍົງ ໂດຍ ອົງການດັ່ກງ່າວ ອຸປະຖຳໃຫ້ແກ່ ຫວຽດນາມ.
ເປີ​ດ​ຕົວ​ໂຄງ​ການ​ພັດ​ທະ​ນາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ແບບ​ຍືນ​ຍົງ​ໂດຍ USAID  ອຸ​ປະ​ຖຳ - ảnh 1 ພິທີເປີດຕົວໂຄງການພັດທະນາລະບົບສາທາລະນະສຸກແບບຍືນຍົງ (ພາບ:TTXVN)
ຕອນບ່າຍວັນທີ 15 ທັນວາ, ອົງການພັດທະນາສາກົນ ອາເມລິກາ (USAID) ແລະ ອົງການແຜນການໜູນຊ່ວຍສຸກເສີນຂອງ ປະທານາທິບໍດີ ອາເມລິກາ ກ່ຽວກັບການປ້ອງກັນ, ຕ້ານເຊື້ອ HIV  ໂລກ AIDS (PEPFAR) ໄດ້ຈັດພິທີເປີດຕົວໂຄງການພັດທະນາລະບົບສາທາລະນະສຸກແບບຍືນຍົງ ໂດຍ ອົງການດັ່ງກ່າວ ອຸປະຖຳໃຫ້ແກ່ ຫວຽດນາມ. ນີ້ແມ່ນຂໍ້ລິເລີ່ມທົ່ວໂລກຂອງ USAID ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດ ແລະ ຄຸນນະພາບຂອງລະບົບສາທາລະນະສຸກຢູ່ບັນດາປະເທດ. ຜ່ານການເຄື່ອນໄຫວຂອງໂຄງການ, USAID ຈະຊ່ວຍເພີ່ມທະວີກຳລັງຄວາມສາມາດຂອງລັດຖະບານ ຫວຽດນາມ ໃນວຽກງານຄຸ້ມຄອງ ໂຄງການ ເຊື້ອ HIV  ໂລກ AIDS ແລະ ວັນນະໂລກ ແບບຍືນຍົງ, ຊຸກຍູ້ ຫວຽດນາມ ບັນລຸຄຳໝັ້ນສັນຍາກ່ຽວກັບການຢຸດຕິໂລກ AIDS ແລະ ວັນນະໂລກ ໃນປີ 2030. 

ຕອບກັບ

ຂ່າວ/ບົດ​ອື່ນ