ເປີດຕົວ​ໜ່ວຍ​ງານ​ໜູ​ນ​ຊ່ວຍ​ໂຄງ​ການ​ລົງ​ທຶນ ແຂວງ ກວ໋າງ​ນິງ

(VOVWORLD) -      ແຂວງ ກວ໋າງນິງ ຫາກໍເປີດຕົວໜ່ວຍປະຕິບັດງານໜູນຊ່ວຍໂຄງການລົງທຶນຂອງກວ໋າງນິງ (Investor Care), ເຊິ່ງແມ່ນໜຶ່ງໃນບັນດາມາດຕະການເພື່ອສືບຕໍ່ປົວແປງສະພາດແວດລ້ອມລົງທຶນດຳເນີນທຸລະກິດ, ປະຕິຮູບການບໍລິຫານ ດ້ວຍເປົ້າໝາຍຮັກສາທີ່ຕັ້ງນຳໜ້າໃນບັນດາຕາຕະລາງຈັດອັນດັບ.
ເປີດຕົວ​ໜ່ວຍ​ງານ​ໜູ​ນ​ຊ່ວຍ​ໂຄງ​ການ​ລົງ​ທຶນ ແຂວງ ກວ໋າງ​ນິງ - ảnh 1ພິທີເປີດຕົວໜ່ວຍງານ Investor Care ແຂວງ ກວ໋າງນິງ (ພາບ: baodautu.vn)

ໜ່ວຍງານເຄື່ອນໄຫວພາຍໃຕ້ການຊີ້ນຳ, ບໍລິຫານໂດຍກົງຂອງທ່ານປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າໜ່ວຍງານດັ່ງກ່າວ ແມ່ນທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ, ອົງການປະຈຳການ ແມ່ນ ຄະນະສົ່ງເສີມ ແລະ ໜູນຊ່ວຍການລົງທຶນ, ສະມາຊິກຂອງໜ່ວຍງານ ແມ່ນການນຳບັນດາພະແນກ, ຂະແໜງການທ້ອງຖິ່ນທີ່ມີສ່ວນກ່ຽວຂ້ອງໂດຍກົງເຖິງວຽກງານສົ່ງເສີມການລົງທຶນ. ນີ້ແມ່ນມາດຕະການໂດຍມີຫຼາກຫຼາຍຊ່ອງຂໍ້ມູນຂ່າວເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ບັນດາໂຄງການ ແລະ ໃຫ້ບຸລິມະສິດແກ່ການໜູນຊ່ວຍສົ່ງເສີມການລົງທຶນຢູ່ກັບບ່ອນ. ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ VCCI ຕີລາຄາວ່າ:

        “ການສ້າງຕັ້ງໜ່ວຍງານ Investor Care ສາມາຊ່ວຍເບິ່ງແຍງບັນດານັກລົງທຶນໃນຕະຫຼອດໄລຍະເຄື່ອນໄຫວໂຄງການ, ເພື່ອພ້ອມກັບເຂົາເຈົ້າແກ້ໄຂບັນດາລະບຽບການທີ່ກ່ຽວຂ້ອງ. ຂ້າພະເຈົ້າຄິດວ່າ ນີ້ແມ່ນຂໍ້ລິເລີ່ມທີ່ພົ້ນເດັ່ນຂອງ ກວ໋າງນິງ ໃນຈຸດເວລານີ້ ແລະ ສືບຕໍ່ຢັ້ງຢືນໄດ້ຮູບແບບການປະຕິຮູບໃນໄລຍະຜ່ານມາ.”

 

 

ຕອບກັບ

ຂ່າວ/ບົດ​ອື່ນ