ເປີດ​ຖ້ຽວ​ບິນ​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ: ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ແຮງ

(VOVWORLD) -ຄາດວ່າ ໃນທ້າຍເດືອນພະຈິກ Vietnam Airlines ຈະປະຕິບັດຖ້ຽວບິນການຄ້າປົກກະຕິຄັ້ງທຳອິດໄປຍັງ ອາເມລິກາ ພາຍຫຼັງກະກຽມມາເປັນເວລາ 20 ປີ. 
ເປີດ​ຖ້ຽວ​ບິນ​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ: ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ແຮງ - ảnh 1ເຮືອບິນ Vietnam Airlines (ພາບ: VOV)

ທີ່ການຖະແຫຼງຂ່າວນັດສາມັນປະຈຳເດືອນ ຂອງກະຊວງການຕ່າງປະເທດ ໃນຕອນບ່າຍວັນທີ 4 ພະຈິກ, ຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງຂ່າວທີ່ວ່າ ຄາດວ່າ ໃນທ້າຍເດືອນພະຈິກ Vietnam Airlines ຈະປະຕິບັດຖ້ຽວບິນການຄ້າປົກກະຕິຄັ້ງທຳອິດໄປຍັງ ອາເມລິກາ ພາຍຫຼັງກະກຽມມາເປັນເວລາ 20 ປີ. ທ່ານນາງຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ເນັ້ນໜັກວ່າ: ການດຳເນີນຖ້ຽວບິນໄປຍັງ ອາເມລິກາ ມີຄວາມໝາຍສຳຄັນ ໃນການຊຸກຍູ້ການຮ່ວມມືໃນຫຼາຍດ້ານ, ພິເສດແມ່ນ ເສດຖະກິດ, ການຄ້າ, ການສຶກສາ, ການພົວພັນແລກປ່ຽນປະຊາຊົນ ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ເລື່ອງນີ້ ໄດ້ກະກຽມຢ່າງພິຖີພິຖັນໃນໄລຍະຍາວນານ ແລະ ມີການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງອົງການເຈົ້າໜ້າທີ່ຂອງສອງປະເທດ. ອົງການຄົມມະນາຄົມ ອາເມລິກາ ໄດ້ຕົກລົງວິທີການຮັບປະກັນຄວາມໝັ້ນຄົງທາງການບິນຂອງ Vietnam Airlines ເພື່ອປະຕິບັດຖ້ຽວບິນປົກກະຕິ ລະຫວ່າງ ສອງປະເທດ. ອົງການເຈົ້າໜ້າທີ່ ພວມມານະພະຍາຍາມ ໜູນຊ່ວຍ Vietnam Airlines ປະຕິບັດສຳເລັດລະບຽບການ ແລະ ໜູນຊ່ວຍບໍລິສັດການບິນອື່ນ ທີ່ມີຄວາມຕ້ອງການ ແລະ ມີເງື່ອນໄຂຢ່າງຄົບຖ້ວນ ບິນໄປຍັງອາເມລິກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ