ເປີດນ​ຳ​ໃຊ້ ແລະ ມອບ​ຮັບ​ໂຄງ​ການບູ​ລະ​ນະ​ສ້ອມ​ແປງ ໂຮງ​ໝໍ ໄຊ​ສົມ​ບູນ - ຂອງ​ຂວັນ​ຂອງ​ຫວຽດ​ນາມ ​ມອບ​ໃຫ້​ລາວ

(VOVWORLD) - ການມອບຮັບໂຄງການນີ້ແມ່ນພະຍານຫຼັກຖານ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານ ຫວຽດນາມ ຕໍ່ການໜູນຊ່ວຍ ລັດຖະບານ ລາວ ກ່ຽວກັບການພັດທະນາເສດຖະກິດສັງຄົມ, ຮັບປະກັນການໜູນຊ່ວຍສັງຄົມ ໃຫ້ແກ່ປະຊາຊົນລາວ.
ເປີດນ​ຳ​ໃຊ້ ແລະ ມອບ​ຮັບ​ໂຄງ​ການບູ​ລະ​ນະ​ສ້ອມ​ແປງ ໂຮງ​ໝໍ ໄຊ​ສົມ​ບູນ - ຂອງ​ຂວັນ​ຂອງ​ຫວຽດ​ນາມ ​ມອບ​ໃຫ້​ລາວ - ảnh 1ໂຮງໝໍ ໄຊສົມບູນ (ພາບ: TTXVN )

ຕອນເຊົ້າວັນທີ 27 ທັນວາ, ຢູ່ແຂວງ ໄຊສົມບູນ (ລາວ), ໄດ້ດຳເນີນພິທີເປີດນຳໃຊ້ ແລະ ມອບຮັບໂຄງການລົງທຶນບູລະນະສ້ອມແປງຍົກລະດັບໂຮງໝໍ ໄຊສົມບູນ ເຊິ່ງແມ່ນຂອງຂວັນຂອງລັດຖະບານ ຫວຽດນາມ ມອບໃຫ້ລັດຖະບານ ລາວ ແລະ ອຳນາດການປົກຄອງ ໄຊສົມບູນ.

ໂດຍໄດ້ຮັບການລົງມືກໍ່ສ້າງແຕ່ເດືອນກຸມພາປີ 2021, ໂຄງການລົງທຶນບູລະນະສ້ອມແປງຍົກລະດັບໂຮງໝໍ ໄຊສົມບູນ ມີຍອດເງິນລົງທຶນ 6,5 ລ້ານ USD, ມີ 80 ຕຽງ, ເຊິ່ງໄດ້ຮັບການປະກອບວັດຖຸອຸປະກອນທີ່ທັນສະໄໝ, ມີຄຸນນະພາບສູງ, ນຳໃຊ້ເຕັກໂນໂລຢີທາງການແພດທີ່ທັນສະໄໝ. ການມອບຮັບໂຄງການນີ້ແມ່ນພະຍານຫຼັກຖານ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານ ຫວຽດນາມ ຕໍ່ການໜູນຊ່ວຍ ລັດຖະບານ ລາວ ກ່ຽວກັບການພັດທະນາເສດຖະກິດສັງຄົມ, ຮັບປະກັນການໜູນຊ່ວຍສັງຄົມ ໃຫ້ແກ່ປະຊາຊົນລາວ.

ໂດຍຕາງໜ້າອຳນາດການປົກຄອງ ແລະ ປະຊາຊົນແຂວງ, ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງ ໄຊສົມບູນ ສະແດງຄວາມຂອບອົກຂອບໃຈການໜູນຊ່ວຍ ຈາກ ລັດຖະບານ ຫວຽດນາມ, ທ່ານຢັ້ງຢືນວ່າການສ້າງ ແລະ ຍົກລະດັບໂຮງໝໍໄດ້ປະກອນສ່ວນຢ່າງ ໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ, ສັງຄົມຂອງແຂວງ ໄຊສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ