ເປິດ​ນຳ​ໃຊ້​ການ​ບໍ​ລິ​ການ​ຂົນ​ສົ່ງ​​ຕູ​້​ຄ​ອນ​ເທນ​ເນີ ຢູ່​ພາຍ​ໃນ​ປະ​ເທດ ​​ໄປ​ຍັງ​​ທ່າ​ກ່ຳ​ປັ່ນ ເຈິນ​ເມີຍ

(VOVWORLD) -ທ່າກ່ຳປັ່ນ ເຈິນເມີຍ ໄດ້ຕ້ອນຮັບຕູ້ຄອນເທນເນີທຳອິດ, ເປີດການບໍລິການຂົນສົ່ງຕູ້ຄອນເທນເນີ ຈາກຫາຍຟ່ອງ - ເຈິນເມີຍ - ນະຄອນ ໂຮ່ຈີມິນ, 2 ຖ້ຽວຕໍ່ອາທິດຂອງບໍລິສັດກໍ່າປັ່ນ ຫາຍອານ.
ເປິດ​ນຳ​ໃຊ້​ການ​ບໍ​ລິ​ການ​ຂົນ​ສົ່ງ​​ຕູ​້​ຄ​ອນ​ເທນ​ເນີ ຢູ່​ພາຍ​ໃນ​ປະ​ເທດ ​​ໄປ​ຍັງ​​ທ່າ​ກ່ຳ​ປັ່ນ ເຈິນ​ເມີຍ - ảnh 1ພິທີເປີດນຳໃຊ້ (ພາບ: nhandan.vn)

ວັນທີ 25 ທັນວາ, ຢູ່ທ່າກ່ຳປັ່ນ ເຈິນເມີຍ, ແຂວງ ເທື່ອທຽນ  - ເຫວ້, ບໍລິສັດຫຸ້ນສ່ວນ ທ່າກ່ຳປັ່ນ ເຈິນເມີຍ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນຂົນສົ່ງ ແລະ ຄຽນຖ່າຍສິນຄ້າ ຫາຍອານ ຈັດພິທີເປີດການບໍລິການຂົນສົ່ງ ຕູ້ຄອນເທນເນີ ພາຍໃນປະເທດ ໄປຍັງທ່າກ່ຳປັ່ນ ເຈິນເມີຍ. ເນື່ອງໃນໂອກາດນີ້, ທ່າກ່ຳປັ່ນ ເຈິນເມີຍ ໄດ້ຕ້ອນຮັບຕູ້ຄອນເທນເນີທຳອິດ, ເປີດການບໍລິການຂົນສົ່ງຕູ້ຄອນເທນເນີ ຈາກຫາຍຟ່ອງ - ເຈິນເມີຍ - ນະຄອນ ໂຮ່ຈີມິນ, 2 ຖ້ຽວຕໍ່ອາທິດຂອງບໍລິສັດກໍ່າປັ່ນ ຫາຍອານ.

ເຈິນເມິຍ ແມ່ນທ່າກ່ຳປັ່ນທະເທລວມສູນອັນດັບໜຶ່ງຂອງ ຫວຽດນາມ, ແມ່ນໜຶ່ງໃນບັນດາທ່າກ່ຳປັ່ນທະເລທີ່ ສະມາຄົມ ກ່ຳປັ່ນ ອາຊີ ຄັດເລືອກເພື່ອສ້າງເປັນຈຸດແວ່ທຽບທ່າໃຫ້ແກ່ກ່ຳປັ່ນລຳຕ່າງໆຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່າກ່ຳປັ່ນ ເຈິນເມິຍ ມີເງື່ອນໄຂຢ່າງຄົບຖ້ວນ ແລະ ມີກຳລັງບົ່ມຊ້ອນເພື່ອພັດທະນາໃຫ້ກາຍເປັນທ່າກ່ຳປັ່ນຕ້ອນຮັບກ່ຳປັ່ນທ່ອງທ່ຽວຂະໜາດໃຫຍ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ