ເປີດ​ນຳ​ໃຊ້ສາຍ​ການ​ບິນ​ໃໝ່ ດ່າ​ໜັງ - New Delhi ແລະ ດ່າ​ໜັງ Mumbai (ອິນ​ເດຍ)

(VOVWORLD) -ວັນທີ 18 ຕຸລາ, ບໍລິສັັດ Vietjet Air ໄດ້ເປີດສາຍການບິນໃໝ່ ດ່າໜັງ - New Delhi ແລະ ດ່າໜັງ Mumbai ຢ່າງເປັນທາງການ. ສອງສາຍການບິນນີ້ ຈະບິນຕົງຈາກ 2 ນະຄອນຂອງ ອິນເດຍ ມາຍັງນະຄອນ ດ່າໜັງຂອງ ຫວຽດນາມ ພາຍໃຕ້ການບໍລິຫານ ຂອງບໍລິສັດການບິນ Vietjet Air.
ເປີດ​ນຳ​ໃຊ້ສາຍ​ການ​ບິນ​ໃໝ່ ດ່າ​ໜັງ - New Delhi ແລະ ດ່າ​ໜັງ Mumbai (ອິນ​ເດຍ) - ảnh 1ພິທີເປີດນຳໃຊ້ 2 ສາຍການບິນໃໝ່ ດ່າໜັງ - ອິນເດຍ (ພາບ: VOV)

ສາຍການບິນ Mumbai - ດ່າໜັງ ຈະມີ 3 ຖ້ຽວ/ອາທິດ ນັ້ນແມ່ນວັນຈັນ, ວັນພຸດ ແລະ ວັນສຸກ, ສ່ວນສາຍການບິນ New Delhi - ດ່າໜັງ ແມ່ນມີ 4 ຖ້ຽວ/ອາທິດ ນັ້ນແມ່ນ ວັນອັງຄານ, ວັນພະຫັດ, ວັນເສົາ ແລະ ວັນອາທິດ. ນອກຈາກນັ້ນແລ້ວ, ບໍລິສັດການບິນ Vietjet Air ພວມມີແຜນການເປີດສາຍການບິນຕົງໄປ Ahmedabad ໃນເດືອນທັນວາຈະມາເຖິງນີ້ ເພື່ອເຊື່ອມຕໍ່ກັບແຫຼ່ງລູກຄ້າຢູ່ນະຄອນໃຫຍ່ແຫ່ງຕ່າງໆຂອງ ອິນເດຍ.

ກ່າວຄຳເຫັນທີ່ພິທີເຊິ່ງດຳເນີນຢູ່ນະຄອນຢູ່ດ່າໜັງ, ທ່ານ ເຈິ່ນເຟືອກເຊີນ, ຮອງປະທານຄະນະກຳມະການນະຄອນ ດ່າໜັງ ໃຫ້ຮູ້ວ່າ:

“ໃນຊຸມປີມໍ່ໆມານີ້, ແຂກທ່ອງທ່ຽວ ອິນເດຍ ກໍເລີ່ມຮູ້ຈັກນະຄອນ ດ່າໜັງ ແລ້ວ ເຊິ່ງໄດ້ຮັບການຂະໜານນາມວ່າ ແດນສະຫວັນແຫ່ງການທ່ອງທ່ຽວ ຊັ້ນນຳ ແລະ ແມ່ນສະຖານທີ່ຈັດງານດອງຂອງບັນດາເສດຖີ ອິນເດຍ. ການເປີດສອງສາຍການບິນນີ້ມີຄວາມໝາຍສຳຄັນເຂົ້າໃນການເພີ່ມຈຳນວນແຂກທ່ອງທ່ຽວສາກົນມາ ດ່າໜັງ, ພິເສດແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນຄື ອິນເດຍ ດ້ວຍຈຳນວນປະຊາກອນ 1,4 ຕື້ ຄົນ.”

ຕອບກັບ

ຂ່າວ/ບົດ​ອື່ນ