ເປີດ​ນຳ​ໃຊ້​ເວັບ​ໄຊ ຖານຂໍ້​ມູນ ແລະ ບັ້ນ​ໂຄ​ສະ​ນາ “ຮ່ວມ​ແຮງ​ຮ່ວມ​ໃຈຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ ປ​ຼາດ​ສຕິກ”

(VOVWORLD) -ບັ້ນໂຄສະນາ ແມ່ນລະບົບການເຄື່ອນໄຫວໂຄສະນາ ໃນຂອບເຂດໂຄງການທົດລອງ “ຂໍ້ລິເລີ່ມສ້າງ ພັນທະມິດຮ້ານສັບພະສິນຄ້າ ເພື່ອແນໃສ່ຫຼຸດຜ່ອນການນຳໃຊ້ຖົງນີລົງ ເທື່ອດຽວຢູ່ ຫວຽດນາມ”.



ເປີດ​ນຳ​ໃຊ້​ເວັບ​ໄຊ ຖານຂໍ້​ມູນ ແລະ ບັ້ນ​ໂຄ​ສະ​ນາ “ຮ່ວມ​ແຮງ​ຮ່ວມ​ໃຈຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ ປ​ຼາດ​ສຕິກ” - ảnh 1ເວັບໄຊ ຖານຂໍ້ມູນ ແລະ ບັ້ນໂຄສະນາ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນສິ່ງເສດເຫຼືອ ປຼາດສຕິກ”

ຕອນເຊົ້າວັນທີ 7 ຕຸລາ, ສະຖາບັນ ຍຸດທະສາດ, ນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ) ໄດ້ຈັດການຖະແຫຼງຂ່າວແບບທາງໄກ ກ່ຽວກັບການເປີດນຳໃຊ້ເວັບໄຊຖານຂໍ້ມູນ ແລະ ບັ້ນໂຄສະນາ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນສິ່ງເສດເຫຼືອ ປຼາດສຕິກ” ດ້ວຍທີ່ຢູ່   https://chungtaygiamnhua.com .

ບັ້ນໂຄສະນາ ແມ່ນລະບົບການເຄື່ອນໄຫວໂຄສະນາ ໃນຂອບເຂດໂຄງການທົດລອງ “ຂໍ້ລິເລີ່ມສ້າງ ພັນທະມິດຮ້ານສັບພະສິນຄ້າ ເພື່ອແນໃສ່ຫຼຸດຜ່ອນການນຳໃຊ້ຖົງນີລົງ ເທື່ອດຽວຢູ່ ຫວຽດນາມ”.

ຕາມນັ້ນແລ້ວ, ບັ້ນໂຄສະນາ ຈະສ້າງ ແລະ ເອົາບັນດາລາຍການໂຄສະນາລົງໃນເວັບໄຊດັ່ງກ່າວ, ຈັດຕັ້ງການເຄື່ອນໄຫວສື່ສານ, ໂຄສະນາ ແລະ ປຸກລະດົມຄູ່ຮ່ວມມືີຮ່ວມແຮງຮ່ວມໃຈໃນການຫຼຸດຜ່ອນຂີ້ເຫຍື້ອ ປຼາດສຕິກ ຕື່ມອີກ.

ບັ້ນໂຄສະນາ ດັ່ງກ່າວ ຖືກດຳເນີນໃນເດືອນຕຸລາ ປີ 2021 ດ້ວຍຫຼາຍຮູບການໂຄສະນາ, ຄາດວ່າຈະມີປະສິດທິຜົນທີ່ສຸດ ເພື່ອຊຸກຍູ້ການປ່ຽນແປງຄວາມຄິດ ແບະ ການກະທຳຂອງທົ່ວສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ