ເປີດ​ນຳ​ໃຊ້​ໂຮງ​ໝໍ​ສາ​ກົນ​ແຫ່ງ​ໃໝ່​ຢູ່​ນະ​ຄອນຫຼວງ ວຽງ​ຈັນ

(VOVWORLD) - ທ່ານ ພູຂົງ ບັນນະວົງ, ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ ໄດ້ຢັ້ງຢືນວ່າ ການສ້າງຕັ້ງໂຮງໝໍສາກົນ La Vie ບໍ່ພຽງແຕ່ມີຄວາມໝາຍສຳລັບຂະແໜງສາທາລະນະສຸກຂອງ ລາວ ເວົ້າສະເພາະ ຫາກຍັງປະກອບສ່ວນເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ ລາວ ເວົ້າລວມ, ພ້ອມທັງສະແດງການຮ່ວມສຳພັນ, ຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ ທີ່ນັບມື້ນັບໝັ້ນແກ່ນອີກດ້ວຍ.
ເປີດ​ນຳ​ໃຊ້​ໂຮງ​ໝໍ​ສາ​ກົນ​ແຫ່ງ​ໃໝ່​ຢູ່​ນະ​ຄອນຫຼວງ ວຽງ​ຈັນ - ảnh 1ພິທີເປີດນຳໃຊ້ໂຮງໝໍສາກົນ La Vie (ພາບ: TTXVN)

ວັນທີ 18 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີເປີດນຳໃຊ້ໂຮງໝໍສາກົນ La Vie. ນີ້ແມ່ນໂຮງໝໍສາກົນ ຊັ້ນ 1 ໂດຍກະຊວງສາທາລະນະສຸກ ລາວ ອອບໃບອະນຸຍາດ ແລະ ແມ່ນຮາກຖານກວດ, ປິ່ນປົວພະຍາດໃຫ້ແກ່ຊາວ ຫວຽດນາມ ອາໄສ ຢູ່ວຽງຈັນ ເວົ້າສະເພາະ ຢູ່ລາວ ເວົ້າລວມ, ກໍຄື ປະຊາຊົນລາວ ຜູ້ທີ່ມີຄວາມຕ້ອງການກວດ, ປິ່ນປົວພະຍາດ.

ກ່າວຄຳເຫັນທີ່ພິທີ, ທ່ານ ພູຂົງ ບັນນະວົງ, ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ ໄດ້ຢັ້ງຢືນວ່າ ການສ້າງຕັ້ງໂຮງໝໍສາກົນ La Vie ບໍ່ພຽງແຕ່ມີຄວາມໝາຍສຳລັບຂະແໜງສາທາລະນະສຸກຂອງ ລາວ ເວົ້າສະເພາະ ຫາກຍັງປະກອບສ່ວນເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ ລາວ ເວົ້າລວມ, ພ້ອມທັງສະແດງການຮ່ວມສຳພັນ, ຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ ທີ່ນັບມື້ນັບໝັ້ນແກ່ນອີກດ້ວຍ. ທ່ານຮອງເຈົ້າຄອງນະຄອນຫຼວງ ວຽງຈັນ ຫວັງວ່າ ໃນໄລຍະຈະມາເຖິງ, ໂຮງໝໍແຫ່ງນີ້ ຈະສືບຕໍ່ພັດທະນາ ແລະ ກາຍເປັນຂີດໝາຍສຳຄັນໃນຂົງເຂດສາທາລະນະສຸກ, ປະກອບສ່ວນຮັດແໜ້ນສາຍພົວພັນລາວ - ຫວຽດນາມ.

ໂຮງໝໍສາກົນ La Vie ມີຕຽງນອນທັງໝົດ 50 ຕຽງ ແລະ ມີການກຳນົດທິດພັດທະນາລົງເລິກກ່ຽວກັບການປິ່ນປົວພະຍາດຫົວໃຈ ແລະ ຮອກໂມນ.

 

ຕອບກັບ

ຂ່າວ/ບົດ​ອື່ນ