ເປີດປະ​ຕູ​ການ​ທ່ອງ​ທ່ຽວ​ຢ່າງ​​ມີໄຫວ​ພິບ - ປອດ​ໄພ - ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ເວທີປາໄສການທ່ອງທ່ຽວ “ເປີດໄຟຂຽວ” ແກ່ການທ່ອງທ່ຽວພັດທະນາ ດ້ວຍຫົວເລື່ອງ “ເປີດປະຕູການທ່ອງທ່ຽວຢ່າງມີໄຫວພິບ - ປອດໄພ - ມີປະສິດທິຜົນ ແມ່ນເນື້ອໃນທີ່ຜູ້ແທນໄດ້ນຳມາປຶກສາຫາລືໃນຕອນເຊົ້າວັນທີ 11 ມີນາ ຢູ່ ຮ່າໂນ້ຍ.
ເປີດປະ​ຕູ​ການ​ທ່ອງ​ທ່ຽວ​ຢ່າງ​​ມີໄຫວ​ພິບ - ປອດ​ໄພ - ມີ​ປະ​ສິດ​ທິ​ຜົນ - ảnh 1ເວທີປາໄສການທ່ອງທ່ຽວ “ເປີດໄຟຂຽວ” ແກ່ການທ່ອງທ່ຽວພັດທະນາ

ໃນເວທີປາໄສ, ທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ, ທາງນະຄອນພວມຜັນຂະຫຍາຍຫຼາຍມາດຕະການເພື່ອຊຸກຍູ້ການທ່ອງທ່ຽວຄືນໃໝ່ ເປັນຕົ້ນແມ່ນຊ່ວຍເຫຼືອ, ຫຼຸດ ແລະ ຍົກເວັ້ນຄ່າໄຟໃຫ້ສະຖານທີ່ພັກເຊົາ, ຫຼຸດຈຳນວນເງິນຝາກທະນາຄານ 80% ສຳລັບວິສາຫະກິດທີ່ສ້າງຕັ້ງໃໝ່. ພ້ອມດຽວກັນນັ້ນ, ຍູ້ແຮງການເຄື່ອນໄຫວໂຄສະນາການທ່ອງທ່ຽວຫຼາຍຢ່າງ.

        ຂໍ້ມູນ Google ວິເຄາະຕາມທ່າອ່ຽງການທ່ອງທ່ຽວໄດ້ສະແດງໃຫ້ເຫັນວ່າ ນັບແຕ່ເດືອນມັງກອນປີ 2022 ນີ້, ຈຳນວນນັກທ່ອງທ່ຽວສາກົນທີ່ຄົ້ນຫາຂໍ້ມູນກ່ຽວກັບຖ້ຽວບິນໄປຍັງ ຫວຽດນາມ ໄດ້ເພີ່ມຂຶ້ນ 425% ເມື່ອທຽບໃສ່ໄລຍະດຽວກັນຂອງປີແລ້ວນີ້. ພິເສດ, ປັດຈຸບັນ, ຫວຽດນາມ ແມ່ນ 1 ໃນ 10 ປະເທດທີ່ມີອັດຕາຜູ້ສັກວັກຊິນກັນພະຍາດໂຄວິດ - 19 ສູງທີ່ສຸດໃນໂລກ, ນີ້ແມ່ນພື້ນຖານອັນໜຶ່ງເພື່ອໃຫ້ ຫວຽດນາມ ມີຄວາມໝັ້ນໃຈໃນການເຊື່ອມຕໍ່ສາຍການບິນກັບບັນດາປະເທດ ແລະ ເຂດແຄວ້ນຄືນໃໝ່ ກໍຄື ເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນມາທ່ຽວ ຢູ່ຫວຽດນາມ ນັບແຕ່ວັນທີ 15 ມີນາ ຈະມາເຖິງນີ້.

 

 

ຕອບກັບ

ຂ່າວ/ບົດ​ອື່ນ