ເປີດມະຫະກຳການທ່ອງທ່ຽວອາຊຽນ 2024

(VOVWORLD) - “ການທ່ອງທ່ຽວທີ່ມີຄຸນນະພາບ ແລະມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນ”. ທີ່ບັນດາກອງປະຊຸມ, ລັດຖະມົນຕີການທ່ອງທ່ຽວບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື, ຄູ່ສົນທະນາ ຈະພ້ອມກັນປຶກສາຫາລື, ຕີລາຄາ ການປະຕິບັດບັນດາການເຄື່ອນໄຫວບູລິມະສິດໃນແຜນການຍຸດທະສາດການທ່ອງທ່ຽວອາຊຽນ 2016-2025
ເປີດມະຫະກຳການທ່ອງທ່ຽວອາຊຽນ 2024  - ảnh 1ຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ຕີຄ້ອງໄຂເວທີປາໄສ ອາຊຽນ
(ພາບ: VOV)

ຕອນຄ່ຳ ວັນທີ 24 ມັງກອນ, ທີ່ນະຄອນຫຼວງວຽງຈັນ ໄດ້ເປີດເວທີປາໄສທ່ອງທ່ຽວອາຊຽນ 2024 (ATF) ພາຍໃຕ້ຫົວຂໍ້: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນ”. ທີ່ບັນດາກອງປະຊຸມ, ລັດຖະມົນຕີການທ່ອງທ່ຽວບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື, ຄູ່ສົນທະນາ ຈະພ້ອມກັນປຶກສາຫາລື, ຕີລາຄາ ການປະຕິບັດບັນດາການເຄື່ອນໄຫວບູລິມະສິດໃນແຜນການຍຸດທະສາດການທ່ອງທ່ຽວອາຊຽນ 2016-2025, ບັນດາກິດຈະກຳບູລິມະສິດ ໄລຍະ 2023-2024 ໂດຍ 4 ຄະນະກຳມະການການທ່ອງທ່ຽວອາຊຽນ ເປັນຜູ້ປະຕິບັດ, ປຶກສາຫາລື, ແລກປ່ຽນ ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ ເພື່ອຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວແບບຍືນຍົງ… ຜ່ານນັ້ນ, ກໍ່ຊຸກຍູ້ ແລະ ດຶງດູດນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ແລະທົ່ວໂລກໃຫ້ເຂົ້າມາທ່ອງທ່ຽວ, ຢ້ຽມຊົມຢູ່ບັນດາປະເທດອາຊຽນໃຫ້ຫຼາຍຂຶ້ນ, ປະກອບສ່ວນຫັນວິໄສທັດການທ່ອງທ່ຽວອາຊຽນ ເຖິງປີ 2025 ໃຫ້ປະກົດຜົນເປັນຈິງ - ນຳພາອາຊຽນໃຫ້ກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ມີຄຸນນະພາບ, ມີເອກະລັກ, ມີຄວາມຫຼາກຫຼາຍ ແລະ ມີຄວາມຮັບຜິດຊອບ, ມີການປະກອບສ່ວນເປັນທີ່ໜ້າພຶງພໍໃຈຕໍ່ການປັບປຸງຄຸນນະພາບຊີວິດການເປັນຢູ່ ໃຫ້ປະຊາຊົນອາຊຽນ.

ເວທີປາໄສປະກອບດ້ວຍຫຼາຍກິດຈະກຳ, ກອງປະຊຸມສຳຄັນ ຄື: ກອງປະຊຸມອົງການການທ່ອງທ່ຽວອາຊຽນ ຄັ້ງທີ 59; ງານຕະຫຼາດນັດການທ່ອງທ່ຽວສາກົນ TRAVEX 2024; ກອງປະຊຸມອົງການການທ່ອງທ່ຽວອາຊຽນ +3 ຄັ້ງທີ 44; ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ ຄັ້ງທີ 27; ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ - ອິນເດຍ ຄັ້ງທີ 11; ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ +3 ຄັ້ງທີ 23; ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ - ລັດເຊຍ ຄັ້ງທີ 3; ພິທີມອບລາງວັນການທ່ອງທ່ຽວອາຊຽນ; ກອງປະຊຸມຖະແຫຼງຂ່າວລັດຖະມົນຕີການທ່ອງທ່ຽວອາຊຽນ…

ຕອບກັບ

ຂ່າວ/ບົດ​ອື່ນ