ເປີດ​​ລາຍ​ການ​ທ່ອ​ງ​ທ່ຽວ​ປອດ​ໄພ - ​ລາຍ​ການ​ທ່ຽວ​ຊົມ “​ສະ​ຖາປັດຕະ​ຍາ​ກຳ ​ຝ​ລັ່ງ ​ຢູ່​ໃຈ​ກາງ​ນະ​ຄອນ ຮ່າ​ໂນ້ຍ”

(VOVWORLD) - ວັນທີ 23 ຕຸລາ 2021, ຫໍພິພິທະພັນປະຫວັດສາດແຫ່ງຊາດ ໄດ້ສົມທົບກັບບໍລິສັດທ່ອງທ່ຽວ Hanoitourist ຈັດຕັ້ງພິທີເປິດສະຫຼອງລາຍການທ່ຽວຊົມ “ສະຖາປັດຕະຍາກຳ ຝລັ່ງ ຢູ່ໃຈກາງນະຄອນ ຮ່າໂນ້ຍ”.



ເປີດ​​ລາຍ​ການ​ທ່ອ​ງ​ທ່ຽວ​ປອດ​ໄພ - ​ລາຍ​ການ​ທ່ຽວ​ຊົມ “​ສະ​ຖາປັດຕະ​ຍາ​ກຳ ​ຝ​ລັ່ງ ​ຢູ່​ໃຈ​ກາງ​ນະ​ຄອນ ຮ່າ​ໂນ້ຍ” - ảnh 1(ພາບປະກອບ: ກົມໃຫຍ່ທ່ອງທ່ຽວ ຮ່າໂນ້ຍ)
 
 

ເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ນັກທ່ອງທ່ຽວແຕ່ລະຄະນະຈະມີຈຳນວນບໍ່ເກີນ 10 ຄົນ ແລະ ຮັກສາໄລຍະຫ່າງ ແລະ ສຳຜັດຕໍ່ກັນ. ພາຍຫຼັງພິທີເປີດສະຫຼອງ, ລາຍການທ່ອງຊົມ “ສະຖາປັດຕະຍາກຳ ຝລັ່ງ ຢູ່ໃຈກາງນະຄອນ ຮ່າໂນ້ຍ” ຈະສືບຕໍ່ຖືກຈັດຂຶ້ນໃນມື້ວັນເສົາ ແລະ ວັນອາທິດຂອງທຸກໆອາທິດ ນັບແຕ່ວັນທີ 23 ຕຸລາ ເປັນຕົ້ນໄປ.

        ນີ້ແມ່ນລາຍການທ່ອງທ່ຽວປອດໄພທຳອິດທີ່ໄດ້ຮັບການເປີດສະຫຼອງໃນເງື່ອນໄຂປົກກະຕິໃໝ່ ແລະ ຖືກຈັດຂຶ້ນຕາມຮູບການປະສານສົມທົບລະຫວ່າງການທ່ອງທ່ຽວແບບເກົ່າ (ແບບມີຜູ້ນຳທ່ຽວ) ກັບການນຳໃຊ້ໂປຼແກຼມນຳທ່ຽວແບບອັດຕະໂນມັດ (Audio Guide), ແຂກທ່ອງທ່ຽວ ສາມາດດາວໂຫຼດໂປຼແກຼມ, ຄົ້ນຫາກ່ຽວກັບ 92 ເນື້ອໃນ, ວັດຖຸພັນທີ່ໄດ້ວາງສະແດງໃນຫໍພິພິທະພັນປະຫວັດສາດແຫ່ງຊາດ.

        ຢູ່ທີ່ນີ້ກໍໄດ້ແນະນຳຜະລິດຕະພັນພາກລາຍການແບບອັດຕະໂນມັດ ຢູ່ຫໍພິທິທະພັນປະຫວັດສາດແຫ່ງຊາດ, ທີ່ເຮືອນເລກທີ 1 ຖະໜົນ ຈ່າງຕຽນ, ຮ່າໂນ້ຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ