ເປີດສູນວັດທະນະທຳ, ການຄ້າ ແລະ ໂຮງແຮມໃຫຍ່ ຮ່າໂນ້ຍ - ມົດສກູ

ເປີດສູນວັດທະນະທຳ, ການຄ້າ ແລະ ໂຮງແຮມໃຫຍ່ ຮ່າໂນ້ຍ - ມົດສກູ - ảnh 1
ສູນ​ວັດທະນະທຳ, ການ​ຄ້າ ​ແລະ ​ໂຮງ​ແຮມໃຫຍ່ ຮ່າ​ໂນ້ຍ - ມົດ​ສກູ
(ພາບ: TTXVN)


(vovworld) - ສູນ​​ວັດທະນະທຳ, ການ​ຄ້າ ​ແລະ ​ໂຮງ​ແຮມ ຮ່າ​ໂນ້ຍ - ມົດ​ສກູ ທີ່ ມົດສກູ ປະເທດລັດເຊຍ ມີ​ຈຳນວນເງິນລົງທຶນ​ທັງໝົດ​ເກືອບ 240ລ້ານ USD, ​ແລະ ເລີ່​ມລົງມືກໍ່ສ້າງ​ໃນ​ເດືອນ 5/2010. ສູນ​ດັ່ງກ່າວຕັ້ງບົນເນື້ອທີ່​ດິນກວ້າງ 4,9​ແຮກ​ຕາ, ລວມມີ​ເຂດ​ສູນ​​ການ​ຄ້າ​ທັນ​ສະ​ໄໝ ​ແລະ ​ເຂດ​​ໂຮງ​ແຮມ 21 ຊັ້ນ. ສູນແຫ່ງນີ້​​ແມ່ນ​ຜົນງານແຫ່ງ​ການ​ຮວ່ມມື​ອັນ​ດີງາມ​ລະຫວ່າງ​ນະຄອນ ຮ່າ​​ໂນ້ຍ ​ແລະ ມົດສກູ, ​ດ້ວຍ​ຈຸດປະສົງປະກອບສ່ວນ​ສ້າງ​ບ່ອນ​ຢູ່ອາໄສ ​ແລະ ບ່ອນ​ເຮັດ​ວຽກເປັນປົກກະຕິ​ໃຫ້​​ຊາວ​ ຫວຽດນາມ ອາໄສຢູ່ສະຫະພັນ ລັດ​ເຊຍ ກໍ​ຄື​ປະກອບສ່ວນ​ຍູ້​​ແຮງການ​ສົ່ງ​ອອກ​ສິນຄ້າ​ຂອງຫວຽດນາມ​ໄປຂາຍໃຫ້ ລັດ​ເຊຍ.

    ​​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່ພິທີ​ເປີດສູນດັ່ງກ່າວເມື່ອ​ວັນ​ທີ 20/11 ທີ່ ມົດ​ສກູ, ທ່ານ​ເລຂາຄະນະພັກນະຄອນ ຮ່າ​ໂນ້ຍ ຟ້າ​ມກວາງ​ງິ ເນັ້ນໜັກວ່າ ການ​ ເປີດສູນ​ວັດທະນະທຳ, ການ​ຄ້າ ​ແລະ ​ໂຮງ​ແຮມໃຫຍ່​ ຮ່າ​ໂນ້ຍ - ມົດ​ສກູ ຈະ​ແມ່ນ​ຂົວ​ຕໍ່​ລະຫວ່າງສອງ​ນະຄອນ ຮ່າ​ໂນ້ຍ - ມົດ​ສກູ, ​ແມ່ນ​ບ່ອນ​ຈັດຕັ້ງບັນດາ​ເຫດການ​ວັນ​ທະນະ​ທຳ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຫວຽດນາມ​ຢູ່ດິນແດນ ລັດ​ເຊຍ.

ຂ່າວ/ບົດ​ອື່ນ