ເປີດສະຫລອງສູນຂ່າວສານແຫ່ງຊາດ

(vovworld) - ຕ​ອນ​ເຊົ້າ​ວັນ​ທີ 2/11, ​ສຳນັກຂ່າວສານ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫລອງ​ສູນ​ຂ່າວສານ​ແຫ່ງ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ເຂົ້າ​ຮ່ວມ​ພິທີ. ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ​, ຢືນຢັນ​ການ​ເຕີບ​ໃຫຍ່​ຂອງ​​ສຳນັກຂ່າວສານ​ຫວຽດນາມ. ທ່ານ Nguyen Duc Loi ຜູ້ອຳນວຍການ​ໃຫຍ່​ ​ສຳນັກຂ່າວສານຫວຽດນາມ ຢືນຢັນ​ວ່າ: ​ເລື່ອງ​ນຳ​ສູນ​ຂ່າວສານ​ແຫ່ງ​ຊາດ​ເຂົ້າ​ເຄື່ອນ​ໄຫວ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສຳນັກ​ຂ່າວສານ ຫວຽດນາມ ສຳ​ເລັດ​ຫນ້າ​ທີ່​ການ​ເມືອງ​​ເຊິ່ງພັກ ​ແລະ ລັດ​ໄດ້​ມອບ​ໝາຍ​ໃຫ້​ສຳ​ເລັດຜົນ, ຫັນ​ການ​ປະຕິບັດ​ຈຸດໝາຍ​ກໍ່ສ້າງ​ສຳນັກ​ຂ່າວສານ​ຫວຽດນາມ​ໃຫ້​ກາຍ​ເປັນ​ສຳນັກ​ຂ່າວ​ຢ່າງ​ແຂງ​ແຮງ, ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ພາກ​ພື້ນ ​ແລະ ສາກົນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan​ໄດ້​ເນັ້ນ​ຫນັກ​ວ່າ: ດ້ວຍ​ບົດບາດ​ແມ່ນ​ສຳ​ນັກ​ຂ່າວສານ​​ແຫ່ງ​ຊາດ, ​ແມ່ນ​ສູນ​ຂໍ້​ມູນ​ຂ່າວສານ​ຍຸດ​ທະ​ສາດ​ຂອງ​ພັກ ​ແລະ ລັດ, ​ໃນ​​ໄລຍະ​ຈະ​ມາ​ເຖິງ ສຳ​ນັກ​ຂ່າວສານ ຫວຽດນາມ​ຈະ​ຍາດ​ໄດ້​ບັນດາ​ຜົນງານ​ໃຫມ່, ສ່ົງ​ຂໍ​້ມູນ​ຂ່າວສານ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດຢ່າງ​ທັນ​ການ​, ຖືກ​ທິດ​, ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂໍ້​ມູນ​ຂ່າວສານ​ຂອງ​ປະຊາຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ