ເປີດ​ສະ​ຫຼອງ ແລະ ມອບ​ກິດ​ຈະ​ກຳ​ສວນ​ອຸດ​ທິ​ຍານມິດ​ຕະ​ພາບ ຫວຽດ​ນາມ - ລາວ

(VOVWORLD) - ນີ້ແມ່ນຂອງຂວັນຈາກຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ມອບໃຫ້ອົງຄະນະພັກ, ອຳນາດການປົກຄອງເມືອງ ວຽງໄຊ, ແຂວງ ຫົວພັນ, ສປປ ລາວ, ເພື່ອແນໃສ່ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.
ເປີດ​ສະ​ຫຼອງ ແລະ ມອບ​ກິດ​ຈະ​ກຳ​ສວນ​ອຸດ​ທິ​ຍານມິດ​ຕະ​ພາບ ຫວຽດ​ນາມ - ລາວ - ảnh 1ພິທີມອບ - ຮັບກິດຈະກຳສວນສາທາລະນະ ມິດຕະພາບ ຫວຽດນາມ - ລາວ (ພາບ: TTXVN)

ຫວ່າງມໍ່ໆມານີ້, ຢູ່ເມືອງ ວຽງຈັນ, ແຂວງ ຫົວພັນ, ລາວ ໄດ້ດຳເນີນພິທີເປີດສະຫຼອງ ແລະ ມອບກິດຈະກຳກໍ່ສ້າງສວນອຸດທິຍານມິດຕະພາບ ຫວຽດນາມ - ລາວ. ນີ້ແມ່ນຂອງຂວັນຈາກຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ມອບໃຫ້ອົງຄະນະພັກ, ອຳນາດການປົກຄອງເມືອງ ວຽງໄຊ, ແຂວງ ຫົວພັນ, ສປປ ລາວ, ເພື່ອແນໃສ່ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

ກິດຈະກຳດັ່ງກ່າວ ມີມູນຄ່າທັງໝົດ 40 ຕື້ດົ່ງ (1,6 ຕື້ USD) ໄດ້ຮັບການກໍ່ສ້າງໃນເນື້ອທີ 9.000 m2, ລວມທັງບັນດາກິດຈະກຳໃຫຍ່, ສັນຍາລັກເຂດໃຈກາງ, ພາບແກະຄວັດສະຫຼັກນູນ, ລະບົບແສງສີ, ເດີນ ແລະ ທາງ, ຕົ້ນໄມ້ປະດັບ. ນີ້ບໍ່ພຽງແຕ່ເປັນບ່ອນຈັດກິດຈະກຳສຳຄັນຂອງເມືອງ ວຽງໄຊ ເວົ້າສະເພາະ ແລະ ແຂວງ ຫົວພັນເວົ້າລວມເທົ່ານັ້ນ, ຫາກຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳໃຫ້ປະຊາຊົນ, ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາຢ້ຽມຊົມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ