ເປີດ​ສະຫຼອງ ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ໃຊ້​ພະ​ລັງ​ງານ​ແສງ​ຕາ​ເວັນ ຢູ່ ນິງ​ທ້ວນ ດ້ວຍ​ຍອດ​ເງິນ​ລົງ​ທຶນກວ່າ 1.000 ຕື້​ດົ່ງ

(VOVWORLD) -ນີ້ແມ່ນໂຄງການນຳໃຊ້ເຕັກໂນໂລຢີທັນສະໄໝ ແລະ ກ້າວໜ້າອັນດັບໜຶ່ງໃນປັດຈຸບັນ.
ເປີດ​ສະຫຼອງ ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ໃຊ້​ພະ​ລັງ​ງານ​ແສງ​ຕາ​ເວັນ ຢູ່ ນິງ​ທ້ວນ ດ້ວຍ​ຍອດ​ເງິນ​ລົງ​ທຶນກວ່າ 1.000 ຕື້​ດົ່ງ - ảnh 1ພິທີເປີດສະຫຼອງ ໂຮງງານຜະລິດໄຟຟ້າໃຊ້ພະລັງງານແສງຕາເວັນ ຮ່າໂດ ນິງເຟຶອກ (ພາບ: TTXVN)

ວັນທີ 24 ຕຸລາ, ຢູ່ບໍລິເວນຕາແສງ ເຟຶອກຖ໊າຍ ແລະ ຕາແສງ ເຟຶອກວິງ, ເມືອງ ນິງເຟຶອກ ແຂວງນິງທ້ວນ, ກຸ່ມບໍລິສັດ ຮ່າໂດ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ຈັດຕັ້ງພິທີເປີດສະຫຼອງ ໂຮງງານຜະລິດໄຟຟ້າໃຊ້ພະລັງງານແສງຕາເວັນ ຮ່າໂດ ນິງເຟຶອກ ດ້ວຍກຳລັງການຜະລິດໄຟຟ້າ 50 MWp, ໂດຍມີຍອດເງິນລົງທຶນທັງໝົດຫຼາຍກວ່າ 1.000 ຕື້ດົ່ງ. ນີ້ແມ່ນໂຄງການນຳໃຊ້ເຕັກໂນໂລຢີທັນສະໄໝ ແລະ ກ້າວໜ້າອັນດັບໜຶ່ງໃນປັດຈຸບັນ. ພາຍຫຼັງກໍ່ສ້າງມາເປັນເວລາ 3 ເດືອນ, ໂຮງງານຜະລິດໄຟຟ້າໃຊ້ພະລັງງານແສງຕາເວັນ ຮ່າໂດນິງເຟຶອກ ໄດ້ເຂົ້າເຄື່ອນໄຫວຜະລິດໄຟຟ້າຢ່າງເປັນທາງການ ແລະ ເຂົ້າຮ່ວມຕາໜ່າງໄຟຟ້າແຫ່ງຊາດໃນວັນທີ 1 ກັນຍາ ຜ່ານມາ ແລະ ບໍລິສັດຊື້ຂາຍໄຟຟ້າ ຂຶ້ນກັບ ກຸ່ມບໍລິສັດໄຟຟ້າແຫ່ງຊາດ ຫວຽດນາມ ຮັບຮອງເອົາວັນທີ 4 ກັນຍາ 2020 ແມ່ນວັນເຄື່ອນໄຫວການຄ້າ. ຕາມນັ້ນແລ້ວ, ແຕ່ລະປີ, ໂຄງການດັ່ງກ່າວ ຈະສະໜອງແກ່ຕາໜ່າງໄຟຟ້າແຫ່ງຊາດປະມານ 92 ລ້ານ kWh, ປະກອບສ່ວນເຂົ້າໃນງົບປະມານທ້ອງຖິ່ນໄດ້ປະມານເກືອ 37 ຕື້ດົ່ງຕໍ່ປີ.

 

ຕອບກັບ

ຂ່າວ/ບົດ​ອື່ນ