ເປີດສະຫຼອງກອງທຶນແກ່ນສານຫວຽດ

ເປີດສະຫຼອງກອງທຶນແກ່ນສານຫວຽດ - ảnh 1
​ເປີດ​ສະຫຼອງກອງ​ທຶນ​​ແກ່ນສານ​ຫວຽດ
(ພາບ: qdnd.vn)

(vovworld) -     ກອງ​ທຶນ​​ແກ່ນສານ​ຫວຽດ ​ໂດຍ​ໜັງສືພິມ​ປະຊາຊົນສົມທົບ​ກັບ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ເຕັກນິກ​ການ​ຄ້າຫວຽດນາມ (Tachcombank) ພ້ອມ​ກັນ​ສ້າງ​ຕັ້ງ ​ໄດ້​​ເປີດ​ສະຫຼອງ​ໃນ​ຕອນ​ເຊົ້າ​ວັນ​ທີ 1/12, ຢູ່​ຮ່າ​ໂນ້ຍ. ກອງ​ທຶນ​ແກ່ນສານ​ຫວຽດ ​ໄດ້​ສ້າງ​ຕັ້ງ​ຂຶ້ນເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນດາ​ສ່ວນ​ບຸກຄົນ, ອົງການຈັດ​ຕັ້ງ, ນັກ​​ທຸລະ​ກິດ​ທີ່​ມີໃຈ​ບຸນ​ໃຈ​ກຸສົນ​ເພື່ອຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ນັກຮຽນ, ນັກ​ສຶກສາທຸກ​ຍາກ​ແຕ່​ຮຽນ​ເກັ່ງ. ກ່າວ​ຄຳ​ເຫັນ​ທີ່​ງານ​​​ເປີດ​ສະຫຼອງ, ທ່ານ ທ້ວນຮີວ (Thuan Huu) ບັນ​ນາ​ທິການ​ໃຫຍ່​ໜັງ​ສື່​ພິມ​ປະຊາຊົນ ​​ເນັ້ນ​ໜັກ​ວ່າ.

        “ກອງ​ທຶນ​ແກ່ນສານ​ຫວຽດ ຈະ​ປະກອບສ່ວນ​ປະຕິບັດ​ແຜນ​ໂນ​ຍະ​ບາຍ, ​ແນວທາງ​ຂອງ​ພັກ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສຶກສາບຳລຸງ​ສ້າງ. ດ້ວຍ​ຄວາມ​ຫວັງ​ຮຽງ​ບ່າ​ຮຽງ​ໄຫ່ຼພ້ອມກັບ​ພວກ​ນ້ອງ​ໃນ​ແຕ່​ລະບາດ​ກ້າວ, ​ການທົບ​ຊອບ​ໃນ​ຊີວິດ, ໜູນຊ່ວຍ​ສ້າງ​ເງື່ອນ​ໄຂ​ໃຫ້​ພວກ​ນ້ອງສາມາດ​​ເສີມ​ຂະຫຍາຍ​ຄວາມ​ສາມາດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ປະ​ເທດ​ຊາດ. ກອງ​ທຶນ​ຈະ​ພະຍາຍາມ​ສະໜອງ​ທຶນ​ສຶກສາ​ໃຫ້​ແກ່​ນັກຮຽນ​ມີພອນ​ສະຫວັນ ​ແລະ ບັນດາ​ນັກຮຽນ​ທີ່​ທຸກ​ຍາກຫຼາຍກວ່າ, ສ້າງ​​ເງື່ອນ​ໄຂໃຫ້​ຄົນໜຸ່ມ​ທີ່​ມີ​ຄວາມ​ສາມາດ​ພັດທະນາ; ຊ່ວຍ​ໃຫ້​ນັກຮຽນ​ທຸກ​ຍາກ​ມີ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ສຶກສາ”.

        ທີ່​ພິທີ່​ດັ່ງກ່າວ, ກອງ​ທຶນ​ແນວ​ພັນ​ຫວຽດ​ໄດ້​ມອບ​ທຶນ​ສຶກສາ 15 ພຸດ ທີ່​ມີ​ມູນ​ຄ່າ 20 ລ້ານ​ດົງ/ພຸດ ​ໃຫ້​ແກ່​ບັນດາ​ນັກຮຽນທີ່​ມີ​ພອນ​ສະຫວັນ ​ແລະ ບັນດາ​ນັກຮຽນ​​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ.

ຂ່າວ/ບົດ​ອື່ນ