ເປີດ​ສະຫຼອງ​ຄູ່​ດ່ານ​ຊ​າຍ​ແດນສຳ​ຮອງ ນ​້ຳ​ແຫຼ້ງ (​ເຊິນ​ລາ) - ເມືອງ​ເປີ (ຫົ​ວ​ພັນ, ລາວ)

(VOVWORLD) - ວັນທີ 9 ກໍລະກົດ, ທີ່ດ່ານຊາຍແດນນ້ຳແຫຼ້ງ (ເມືອງສົບກົບ, ແຂວງເຊິນລາ) ແລະ ແຂວງຫົວພັນ (ລາວ)ໄດ້ຈັດຕັ້ງພິທີເປີດສະຫຼອງຄູ່ຊາຍແດມສຳຮອງ ນ້ຳແຫຼ້ງ (ຫວຽດນາມ) ແລະ ເມືອງເປີ (ຫົວພັນ, ລາວ). 
ເປີດ​ສະຫຼອງ​ຄູ່​ດ່ານ​ຊ​າຍ​ແດນສຳ​ຮອງ ນ​້ຳ​ແຫຼ້ງ (​ເຊິນ​ລາ) - ເມືອງ​ເປີ (ຫົ​ວ​ພັນ, ລາວ) - ảnh 1

ພິທີເປີດສະຫຼອງ (ພາບ: ຫງວຽນເກືອງ - TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່ວາງວັນເຈີດ ເລຂາຄະນະພັກແຂວງເຊິນລາໄດ້ເນັ້ນໜັກວ່າ ນີ້ແມ່ນເຫດການດ້ານການເມືອງທີ່ມີຄວາມໝາຍສຳຄັນຕໍ່ອົງຄະນະພັກ, ອຳນາການປົກຄອງ, ປະຊາຊົນບັນດາເຜົ່າຂອງສອງແຂວງເຊິນລາ - ຫົວພັນ ແລະ ສອງປະເທດ ຫວຽດນາມ - ລາວ, ເລື່ອງຜັນຂະຫຍາຍຄູ່ດ່ານຊາຍແດນ ນີ້ຈະສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນຢູ່ຊາຍແດນໄດ້ໄປມາຫາສູ່ກັນ, ແລກປ່ຽນສິນຄ້າ, ເຮັດການບໍລິການກໍ່ຄືການຄຸ້ມຄອງປະຊາຊົນ, ຍານພາຫະນະ, ຮັບປະກັນການນຳເຂົ້າ - ສົ່ງອອກສິນຄ້າຕາມຂໍ້ກຳນົດ, ສະກັດກັ້ນ ແລະ ແກ້ໄຂບັນຫາຫຍຸ້ງຍາກ, ສັບສົນໃນບໍລິເວນເຂດຊາຍແດນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງປະເທດໄດ້ຮັບການປັບປຸງ, ພ້ອມທັງເພີ່ມທະວີການເພີ່ມພູນຄູນສ້າງຄວາມສາມັກຄີທີ່ເປັນມູນເຊື້ອ, ສາຍພົວພັນມິດຕະພາບທີ່ສັດຊື່ບໍລິສຸດ. ໂປງໃສລະຫວ່າງສອງປະເທດ ຫວຽດນາມ - ລາວ, ສອງແຂວງ ເຊິນລາ - ຫົວພັນໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ