ເປີດສະຫຼອງບ້ານວັດທະນະທຳທີ່ເປັນມູນເຊື້ອບັນດາເຜົ່າສ່ວນໜ້ອຍເມືອງ ອາເລືອຍ

(VOVWORLD) - ທີ່ພິທີເປີດສະຫຼອງ, ເມືອງ ອາເລືອຍ ໄດ້ວາດພາບຄືນງານບຸນຈຳນວນໜຶ່ງຂອງແຕ່ລະຊົນເຜົ່າໃນເຂດວັດທະນະທຳຂອງບັນດາເຜົ່າ
ເປີດສະຫຼອງບ້ານວັດທະນະທຳທີ່ເປັນມູນເຊື້ອບັນດາເຜົ່າສ່ວນໜ້ອຍເມືອງ ອາເລືອຍ - ảnh 1 (ທີ່ພິທີເປີດສະຫຼອງ)

        ຕອນເຊົ້າວັນທີ 06 ກັນຍາ, ຄະນະກຳມະການປະຊາຊົນເມືອງ ອາເລືອຍ, ແຂວງ ເທື່ອທຽນເຫ້ວ ໄດ້ຈັດພິທີເປີດສະຫຼອງບ້ານວັດທະນະທຳທີ່ເປັນມູນເຊື້ອບັນດາເຜ່າສ່ວນໜ້ອຍຢູ່ຕາແສງ ຮົ່ງເທື້ອງ, ເມືອງ ອາເລືອຍ, ພາຍຫຼັງຜັນຂະຫຍາຍກໍ່ສ້າງເປັນເວລາ 2 ປີ.

        ບ້ານວັດທະນະທຳທີ່ເປັນມູນເຊື້ອບັນດາເຜົ່າສ່ວນໜ້ອຍເມືອງ ອາເລືອຍ ມີເນື້ອທີ່ 5 ເຮັກຕາ, ດ້ວຍຍອດເງິນລົງທຶນເກືອບ 20,8 ຕື້ດົ່ງ (ປະມານ 845.000 USD) ຈາກແຫຼ່ງທຶນ ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030, ໄລຍະ 1 ແຕ່ປີ 2021 – 2025.

        ທີ່ພິທີເປີດສະຫຼອງ, ເມືອງ ອາເລືອຍ ໄດ້ວາດພາບຄືນງານບຸນຈຳນວນໜຶ່ງຂອງແຕ່ລະຊົນເຜົ່າໃນເຂດວັດທະນະທຳຂອງບັນດາເຜົ່າ, ຄື: ງານບຸນ ອາ ເຣວ ກາ ຂອງຊົນເຜົ່າ ປາໂກ; ງານບຸນ ກລິງ ຕາງ (ພິທີພູຊາຟ້າແຖນ) ຂອງຊາວ ຕ່າໂອຍ, ງານບຸນ ເອິນນິງ ຂອງຊາວ ເກີຕູ.

ຕອບກັບ

ຂ່າວ/ບົດ​ອື່ນ