ເປີດສະຫຼອງປະຕູຖານຂໍ້ມູນປະຕູດຽວກະຊວງປ້ອງກັນປະເທດເຊື່ອມຕໍ່ກັບປະຕູຖານຂໍ້ມູນປະຕູດຽວແຫ່ງຊາດ

ເປີດສະຫຼອງປະຕູຖານຂໍ້ມູນປະຕູດຽວກະຊວງປ້ອງກັນປະເທດເຊື່ອມຕໍ່ກັບປະຕູຖານຂໍ້ມູນປະຕູດຽວແຫ່ງຊາດ - ảnh 1
( ທ່ານ ​ເວື​ອງດິງ​ເຫວ້ ກ່າວ​ຄຳ​ເຫັນ​ທີ່​ພິທີ )

(vovworld) - ຕອນ​ເຊົ້າ​ວັນ​ທີ 21/07 ຢູ່​ຮ່າ​ໂນ້ຍ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ກະຊວງ​ປ້ອງ​ກັນ​ປະ​ເທດ ​​ໄດ້​ເປີດ​ສະຫຼອງ​ປະຕູ​ຖານ​ຂໍ້​ມູນ​ປະຕູ​ດຽວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເຊື່ອ​ມຕໍ່​ກັບ​ປະຕູ​ຖານ​ຂໍ້​ມູນ​ປະຕູ​ດຽວ​ແຫ່ງ​ຊາດ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເວື​ອງດິງ​ເຫວ້ ຮອງ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ເລື່ອງ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ສ້າງ​ ​ແລະ ​ເຊື່ອ​ມຕໍ່ “ລະບຽບ​ການຜ່ານຊາ​ຍ​ແດນ​ເອ​ເລັກ​ໂຕ​ນິກທ່າ​ກ່ຳ​ປ່ັນ” ກັບ “ປະຕູ​ຖານ​ຂໍ້​ມູນ​ປະຕູ​ດຽວ​ແຫ່ງ​ຊາດ”. ນີ້​ແມ່ນ​ຂົງ​ເຂດ​​ໃຫຍ່, ມີ​ຜົນ​ສະທ້ອນ, ຄອບ​ງຳ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ນອກ​ປະ​ເທດ​ຢູ່​ບັນດາ​ທ່າ​ກ່​ຳປ່ັນ ຫວຽດນາມ ປະກອບ​ສວ່ນສຳຄັນ​ເຂົ້າ​ໃນ​ການ​ປະຕິ​ຮູບ​ລະບຽບ​ການບໍ​ລິ​ຫານ, ສ້າງ​ເງື່ອນ​​ໄຂ​ໃຫ້​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ສະດວກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສົມທົບ​​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ຊີ້​ນຳ​ປະຕູ​ດຽວ​ແຫ່ງ​ຊາດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ປັບປຸງ, ສ້າງສຳ​ເລັດ​ຜົນ, ​ເປີດ​ກ້ວາງ​ການ​ຜັນ​ຂະຫຍາຍ​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ​ໃຫ້​ລະບຽບການ​ບໍລິຫານ​ທີ່​ກ່ຽວຂ້ອງ​​ເຖິງ​ການ​ສົ່ງ​ອອກ - ນຳ​ເຂົ້າ​ສິນຄ້າ, ພາຫະນະ​ຂົນ​ສົ່ງ​ເຂົ້າ​ - ອອກ​ດ່ານຊາຍ​ແດນ, ຜ່ານ​ດ່ານ​ໃນ​ໄລຍະ​ນັບ​ແຕ່​ນີ້​ຮອດ​ປີ 2017, ມຸ່ງ​ໄປ​ເຖິງ ຫວຽດນາມ ​ເຂົ້າ​ຮ່ວມ​ກົນ​ໄກ​ປະຕູ​ດຽວ​ຂອງ ອາ​ຊຽນ ​ໃນ​ອະນາຄົດ​ຢ່າງ​ຄົບ​ຖ້ວນ

 

ຂ່າວ/ບົດ​ອື່ນ