ເປີດສະຫຼອງລະບົບຂໍ້ມູນຂ່າວສານຮັບໃຊ້ການປະຊຸມ ແລະ ແກ້ໄຂວຽກງານຂອງລັດຖະບານ

(VOVWORLD) -ລະບົບຂໍ້ມູນຂ່າວສານຮັບໃຊ້ການປະຊຸມ ແລະ ແກ້ໄຂວຽກງານຂອງລັດຖະບານ (E-Cabinet) ໄດ້ຮັບການເປີດສະຫຼອງ ແລະ ນໍາເຂົ້າເຄື່ອນໄຫວຢ່າງເປັນທາງການ.
ເປີດສະຫຼອງລະບົບຂໍ້ມູນຂ່າວສານຮັບໃຊ້ການປະຊຸມ ແລະ ແກ້ໄຂວຽກງານຂອງລັດຖະບານ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງ

ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ລະບົບຂໍ້ມູນຂ່າວສານຮັບໃຊ້ການປະຊຸມ ແລະ ແກ້ໄຂວຽກງານຂອງລັດຖະບານ (E-Cabinet) ໄດ້ຮັບການເປີດສະຫຼອງ ແລະ ນໍາເຂົ້າເຄື່ອນໄຫວຢ່າງເປັນທາງການ. E-Cabinet ໄດ້ໃຫ້ການໜູນຊ່ວຍຢ່າງສຸດຂີດໃຫ້ບັນດາກອງປະຊຸມຂອງລັດຖະບານ ດ້ວຍບັນດາໜ້າທີ່ຄົບຖ້ວນຄື: ອັບເດດ, ຄຸ້ມຄອງ, ເກັບຮັກສາສໍາເນົາເອກະສານ; ບໍລິຫານກອງປະຊຸມ. ສະມາຊິກລັດຖະບານເມື່ອບໍ່ມີໜ້າທີ່ກອງປະຊຸມກໍຍັງສາມາດເຂົ້າຮ່ວມການປະກອບຄໍາຄິດເຫັນ ແລະ ລົງມະຕິຜ່ານອຸປະກອນໂທລະສັບມືຖື, ສະມາດໂຟນ, E-Cabinet ກໍມີໜ້າທີ່ໜູນຊ່ວຍແກ້ໄຂວຽກງານຂອງລັດຖະບານ; ຄຸ້ມຄອງການສົ່ງບັດຂໍ້ຄໍາຄິດເຫັນຈາກສະມາຊິກສະພາແຫ່ງຊາດ, ສົ່ງຂໍ້ຄວາມຜ່ານທາງໂທລະສັບ, ສົ່ງອີແມວແຈ້ງຂ່າວໃຫ້ບັນດາສະມາຊິກລັດຖະບານ...

ລະບົບ E-Cabinet ໂດຍກຸ່ມບໍລິສັດ Viettel ສ້າງຂຶ້ນ ເຊິ່ງມີລັກສະນະຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະ ຮັບປະກັນຄວາມລັບສູງ. ເປົ້າໝາຍລະອຽດຂອງລະບົບ E-Cabinet ໄດ້ກໍານົດວ່າ ຫຼຸດຜ່ອນເວລາດໍາເນີນບັນດາກອງປະຊຸມຂອງລັດຖະບານ, ສູ້ຊົນຮອດປີ 2019 ຈະຫຼຸດ 30% ເວລາດໍາເນີນກອງປະຊຸມທັງໝົດ ເມື່ອທຽບໃສ່ເວລາສະເລ່ຍຂອງຊຸມປີກ່ອນ. ລະບົບ E-Cabinet ກໍຫຼຸດຜ່ອນການນໍາໃຊ້ເອກະສານເຈ້ຍ ຢູ່ກອງປະຊຸມຕ່າງໆຂອງລັດຖະບານ. ສູ້ຊົນຮອດທ້າຍປີ 2019 ຈະບັນລຸເປົ້າໝາຍ ກອງປະຊຸມລັດຖະບານບໍ່ນໍາໃຊ້ເອກະສານເຈ້ຍ, ນໍາໃຊ້ເອກະສານເອເລັກໂຕນິກ 100% ໃນບັນດາກອງປະຊຸມລັດຖະບານ (ເວັ້ນເສຍແຕ່ເອກະສານປິດລັບ).

ພາຍຫຼັງລະບົບ E-Cabinet ໄດ້ຮັບການເປີດສະຫຼອງຢ່າງເປັນທາງການ, ຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸຸມລັດຖະບານຜ່ານລະບົບ E-Cabinet ຄັ້ງປະຖົມມະລຶກ ເພື່ອແນໃສ່ປະກອບຄໍາເຫັນຕໍ່ຮ່າງມະຕິຂອງລັດຖະບານກ່ຽວກັບການສະເໜີສ້າງດໍາລັດວ່າດ້ວຍການກໍານົດໃຊ້ນາມ ແລະ ຢັ້ງຢືນທາງເອເລັກໂຕນິກ. 

ຕອບກັບ

ຂ່າວ/ບົດ​ອື່ນ