ເປີດສະຫຼອງວິຫານອາໄລຫານັກຮົບທີ່ເສຍສະຫຼະຊີວິດເຈື່ອງເຊີນ - ທ່າບັກລອງດ້າຍ

ເປີດສະຫຼອງວິຫານອາໄລຫານັກຮົບທີ່ເສຍສະຫຼະຊີວິດເຈື່ອງເຊີນ - ທ່າບັກລອງດ້າຍ - ảnh 1
ພິທີເປີດ​ສະຫຼອງ​ວິຫານ​ອາ​ໄລ​ຫາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເຈື່ອງ​ເຊີນ - ທ່າ​ບັກ​ລອງ​ດ້າຍ
(ພາບ: baobinhphuoc.com.vn)

(vovworld) – ສະ​ເຫຼີ​ມສະຫຼອງ 66 ປີ ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຕອນ​ບ່າຍ​ວັນ​ທີ 20/7, ຢູ່​ແຂວງ​ກວາງ​ບິ່ງ, ​ໄດ້​ດຳ​ເນີນ​ພິທີເປີດ​ສະຫຼອງ​ວິຫານ​ອາ​ໄລ​ຫາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເຈື່ອງ​ເຊີນ - ທ່າ​ບັກ​ລອງ​ດ້າຍ, ຢູ່​ບ້ານ​ລອງ​ດ້າຍ, ຕາ​ແສງ​ຮ່ຽນນິງ, ​ເມືອງ​ກວາງ​ນິງ, ​ແຂວງ​ກວາງ​ບິ່ງ. ​ເຂດ​ອະນຸ​ສະຖານ​ຖືກ​ກໍ່ສ້າງ​ໃນ​ເນື້ອ​ທີ່​ທັງ​ໝົດ 1.600 ຕາລາງ​ແມັດ ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 11 ຕື້​ດົ່ງ ​ໂດຍ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ການ​ຄ້າ​ຕ່າງປະ​ເທດ​ອຸປະຖຳ. ວິຫານ​ອາ​ໄລ​ຫາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເຈື່ອງ​ເຊີນ ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ມາ​ຢ້ຽມຢາມ, ​ຖະຫວາຍ​ທູບ​ທຽນອາ​ໄລຫາ​ບັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ