ເປີດ​ສະ​ຫຼອງ​ສູນ​ຂໍ້​ມູນ​ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນ CMC ເຕິນ​ທ້ວນ

(VOVWORLD) -   “ສູນຂໍ້ມູນ CMC ປະກອບດ້ວຍເຕັກໂນໂລຢີທີ່ທັນສະໄໝຫຼາຍຢ່າງ, ຂ້າພະເຈົ້າຫວັງວ່າ ສູນຂໍ້ມູນແຫ່ງນີ້ ຈະເປັນໃຈກາງຂອງການເຄື່ອນໄຫວຫັນເປັນດີຈີຕອນ ເຊິ່ງວິສາຫະກິດສະໜອງໃຫ້ ລັດຖະບານ, ນະຄອນ ແລະ ບັນດາຄູ່ຮ່ວມມື ກໍຄື ລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດ. ເຕັກໂນໂລຢີພ້ອມກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນປັດໄຈຕັດສິນແກ່ການເຕີບໂຕໃນໄລຍະຍາວ, ແມ່ນລູກກຸນແຈເພື່ອໃຫ້ພວກເຮົາຫຼຸດພົ້ນອອກຈາກສະພາບຕົກບ້ວງລາຍຮັບປານກາງ.”
ເປີດ​ສະ​ຫຼອງ​ສູນ​ຂໍ້​ມູນ​ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນ CMC ເຕິນ​ທ້ວນ - ảnh 1ພິທີເປີດສະຫຼອງສູນຂໍ້ມູນ CMC ເຕິນທ້ວນ (ພາບ: TTXVN)

ຕອນບ່າຍວັນທີ 15 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ທຳພິທີເປີດສະຫຼອງສູນຂໍ້ມູນ CMC ເຕິນທ້ວນ. ພາຍຫຼັງດຳເນີນມາເປັນເວລາ 2 ປີ, ສູນຂໍ້ມູນດັ່ງກ່າວໄດ້ກໍ່ສ້າງສຳເລັດ ຢູ່ເຂດຜະລິດເພື່ອສົ່ງອອກ ເຕິນທ້ວນ, ເມືອງ 7, ນະຄອນ ໂຮ່ຈີມິນ, ໃນເນື້ອທີ 13.000 m2. ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ສູນຂໍ້ມູນ CMC ປະກອບດ້ວຍເຕັກໂນໂລຢີທີ່ທັນສະໄໝຫຼາຍຢ່າງ, ຂ້າພະເຈົ້າຫວັງວ່າ ສູນຂໍ້ມູນແຫ່ງນີ້ ຈະເປັນໃຈກາງຂອງການເຄື່ອນໄຫວຫັນເປັນດີຈີຕອນ ເຊິ່ງວິສາຫະກິດສະໜອງໃຫ້ ລັດຖະບານ, ນະຄອນ ແລະ ບັນດາຄູ່ຮ່ວມມື ກໍຄື ລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດ. ເຕັກໂນໂລຢີພ້ອມກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນປັດໄຈຕັດສິນແກ່ການເຕີບໂຕໃນໄລຍະຍາວ, ແມ່ນລູກກຸນແຈເພື່ອໃຫ້ພວກເຮົາຫຼຸດພົ້ນອອກຈາກສະພາບຕົກບ້ວງລາຍຮັບປານກາງ.”

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 15 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຈູດທູບໄຕ້ທຽນຢູ່ເຂດອະນຸສອນສະຖານນັກປະຕິວັດທ່ານ ເຈືອງວັນບາງ, ຕັ້ງຢູ່ເມືອງ ເກິ່ນຢວກ, ແຂວງ ລອງອານ.

ຕອບກັບ

ຂ່າວ/ບົດ​ອື່ນ