ເປີດສະຫຼອງສວນສາທາລະນະ APEC

(VOVWORLD) -ຕອນເຊົ້າວັນທີ 09 ພະຈິກ, ສວນສາທາລະນະ APEC ໄດ້ເປີດສະຫຼອງຢ່າງເປັນທາງການ ຢູ່ດ່ານັ້ງ.
ເປີດສະຫຼອງສວນສາທາລະນະ APEC - ảnh 1 (ເປີດສະຫຼອງສວນສາທາລະນະ APEC)

ເຂົ້າຮ່ວມພິທີມີທ່ານປະທານຄະນະກຳມະການແຫ່ງຊາດ APEC 2017, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ພ້ອມດ້ວຍລັດຖະມົນຕີບັນດາພື້ນຖານເສດຖະກິດສະມາຊິກ. ບັນດາຜະລິດຕະພັນທີ່ຕັ້ງຢູ່ສວນສາທາລະນະ APEC ລ້ວນແຕ່ເປັນເອກະລັກພົ້ນເດັ່ນສະເພາະຂອງບັນດາພື້ນຖານເສດຖະກິດສະມາຊິກ APEC, ພ້ອມທັງສະແດງໃຫ້ເຫັນຈຸດວັດທະນະທຳ, ສິລະປະຂອງແຕ່ລະປະເທດ. ທ່ານລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Abdurrahman M.Fachir ໃຫ້ຮູ້ວ່າ.

        “ນີ້ແມ່ນແນວຄວາມຄິດທີ່ດີເພື່ອສະແດງໃຫ້ເຫັນນ້ຳໃຈສາມັກຄີລະຫວ່າງບັນດາພື້ນຖານເສດຖະກິດ APEC. ພວກຂ້າພະເຈົ້າໄດ້ນຳເອົາຮູບພາບເຮືອ Pinisi, ເກາະໃຫຍ່ຂອງອິນໂດເນເຊຍ ມາແຫ່ງນີ້. ເຮືອສະແດງໃຫ້ເຫັນການແລກປ່ຽນດ້ານການຄ້າລະຫວ່າງ 17.000 ເກາະຂອງອິນໂດເນເຊຍ. ນັ້ນແມ່ນຈຸດທີ່ເປັນເອກະລັກສະເພາະຂອງປະເທດພວກຂ້າພະເຈົ້າ ແລະ ນັ້ນກໍ່ແມ່ນສາຍເຫດເປັນຫຍັງພວກຂ້າພະເຈົ້າເລືອກເອົາຮູບພາບເຮືອມາຕັ້ງຢູ່ສວນສາທາລະນະ APEC. ຂອບໃຈນະຄອນດ່ານັ້ງ ໄດ້ຈັດຕັ້ງສຳເລັດເຫດການ APEC”.

ຕອບກັບ

ຂ່າວ/ບົດ​ອື່ນ