ເປີດສະຫຼອງສະຖານກົງສູນໃຫຍ່ຫວຽດນາມປະຈຳ Nepal

ເປີດສະຫຼອງສະຖານກົງສູນໃຫຍ່ຫວຽດນາມປະຈຳ Nepal - ảnh 1
ເປີດສະຫຼອງສະຖານກົງສູນໃຫຍ່ຫວຽດນາມປະຈຳ Nepal
(ພາບ: vietnamplus.vn)

(vovworld) - ​​​ພິ​ທີເປີດ​ສະ​​ຫຼອງ​ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ​ປະ​ຈຳ Nepal ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 23/10 ຢ​ູ່​ນະ​ຄອນ​ຫຼວງ Kathmandu. ເຂົ້າ​ຮ່​ວມ​ພິ​ທີ​ມີ​ທ່ານ ຕົນ​ຊິງ​ແທ່ງ, ​ເອກ​ອັກ​ຄະ​ລັດ​ຖະ​ທູດທັງ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ Bhutan ແລະ Nepal, ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ພະ​ນັກ​ງານ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອ​ິນ​ເດຍ, ແຂ​ກ​​ສາ​ກົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ແລະ ບັນ​ດາ​ອົງ​ການ​ສື່ມວນ​ຊົນ, ໂທ​ລະ​ພາບ Nepal ຫຼາຍ​ແຫ່ງ.

        ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ຕົນ​ຊິງ​ແທ່ງ ໄດ້​ຊົມ​ເຊີຍ​ເລື່ອງ​ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່​ຂອງ​ຫວຽດ​ນາມ ປະ​ຈຳ Nepal. ເລື່ອງ​ເປີດ​ສະຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Kathmandu ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ, ​ມິດ​ຕະ​ພາບ ແລະ ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ 2 ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ 2 ຝ່າຍ ກ​ໍ​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການປ້ອງ​​ກັນພົນ​ລະ​ເມືອງ​ຫວຽດ​ນາມ ​ທີ່ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ Nepal.

ຂ່າວ/ບົດ​ອື່ນ