ເປີດສະຫຼອງຫຼັກໝາຍຊາຍແດນຫຼັກສຸດທ້າຍໃນເຂດຊາຍແດນທາງບົກຫວຽດນາມ - ກຳປູເຈຍ

ເປີດສະຫຼອງຫຼັກໝາຍຊາຍແດນຫຼັກສຸດທ້າຍໃນເຂດຊາຍແດນທາງບົກຫວຽດນາມ - ກຳປູເຈຍ - ảnh 1
ທ່ານນາຍົກລັດຖະມົນຕີກຳປູເຈຍ ແລະ ຫວຽດນາມ
(ພາບ: Chinhphu.vn.)

​(vovworld) -  ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ - ກຳປູ​ເຈຍ ​ແລະ ”ປີ​ແຫ່ງ​ຄວາມ​ມິດຕະພາບຫວຽດນາມ - ກຳປູ​ເຈຍ”, ຕອນ​ເຊົ້າ​ວັນ​ທີ 24/6, ຢູ່​ຕາ​ແສງ ມີ້​ດຶກ (My Duc), ​​ເທດສະບານ ຮ່າ​ຕຽນ, ​ແຂວງ​ກຽນ​ຢາງ ​ແລະ ຕາ​ແສງ ​Rus Sroc Khang Lech, ເມືອງ Kom Pong Trach, ​ແຂວງ Kam Pot; ລັດຖະບານ ສສ ຫວຽດນາມ ​ແລະ ລັດຖະບານ​ລາຊະ​ອານາຈັກ​ກຳປູ​ເຈຍ​ ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ຫຼັກ​ໝາຍ​ເລກທີ 314, ​ເຊິ່ງ​ແມ່ນ​ຫຼັກ​ໝາຍ​ສຸດ​ທ້າຍໃນ​ເຂດ​ຊາຍ​ແດນ​ທາງບົກ​ ຫວຽດນາມ - ກຳປູ​ເຈຍ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັກ​ວ່າ:

        ”​ເຫດການ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ອັນ​ໄດ້​ເປັນ​ຂີດ​ໝາຍ​ໄຊຊະນະ​ລວມຂອງ​ສອງ​ປະ​ເທດ, ສອງ​ຊາດ​ໃນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ພ້ອມ​ກັນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ພ້ອມ​ກັນ​ພັດທະນາ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດອັນ​ເປັນ​ພື້ນຖານ ​ແລະ ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ພ້ອມ​ທັງ​ສ້າງ​ພະລັງ​ແຮງ​ໃໝ່​ເພື່ອ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ຕັດສິນ​ໃຈ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ​ໃຫ້​ສຳ​ເລັດ​ໂດຍ​ໄວ”

        ສ່ວນ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ​ ກໍຖື​ວ່າ: ໝາກຜົນ​ໃນວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ຂີດ​ໝາຍ​ປະຫວັດສາດ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ສະຫງົບ​ປອດ​ໄພ, ຊຸກຍູ້​ເສດຖະກິດ​ສັງຄົມ​ພັດທະນາ ​ແລະ ຍົກ​ສູງ​ລາຍ​ຮັບ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ຂຶ້ນ​ຕື່ມ.

        ”ຂ້າພະ​ເຈົ້າ​ຖື​ເປັນ​ກຽດ​ຖະ​ແຫຼ​ງວ່າ, ການ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ນີ້​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ບົນ​ພື້ນຖານ​ກົດໝາຍ​ແຫ່ງ​ຊາດ ​ແລະ ສາກົນ ກໍ່​ຄື​ໝູນ​ໃຊ້​ກົດ​ເກນ​ສາກົນ​ກ່ຽວ​ກັບ​ການ​ຮັບຮອງ​ເສັ້ນ​ຊາຍ​ແດນ ​ໂດຍ​ລ່າ​ເມືອງ​ຂຶ້ນ​ຝລັ່ງປະ​ໄວ້ ​ເພື່ອ​ເປັນ​ທິດ​ຊີ້​ນຳ​ກ້າວ​ໄປ​ເຖິງ​ການ​ປະຕິບັດ​ສຳ​ເລັດ​ວຽກ​ງານຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ​ລະຫວ່າງ​ສອງ​ປະ​​ເທດ”

ຂ່າວ/ບົດ​ອື່ນ