ເປີດ​ສະຫຼອງ​ຫໍ​ວິ​ຫານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ຢູ່​ສະ​ໜາມ​ຮົບ​ດ້ຽນ​ບຽນ​ຝູ

(VOVWORLD) - ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງຫໍວິຫານນັກຮົບເສຍສະຫຼະຊີວິດຢູ່ສະໜາມຮົບດ້ຽນບຽນຝູ.
ເປີດ​ສະຫຼອງ​ຫໍ​ວິ​ຫານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ຢູ່​ສະ​ໜາມ​ຮົບ​ດ້ຽນ​ບຽນ​ຝູ - ảnh 1

 ພິທີຕັດແຖບຜ້າເປີດສະຫຼອງ ຫໍວິຫານນັກຮົບເສຍສະຫຼະຊີວິດຢູ່ສະໜາມຮົບດ້ຽນບຽນຝູ (ພາບ: VOV)

  ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (07/05/1954 – 07/05/2022), ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງຫໍວິຫານນັກຮົບເສຍສະຫຼະຊີວິດຢູ່ສະໜາມຮົບດ້ຽນບຽນຝູ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫງວຽນຊັວນຝຸກ ເນັ້ນໜັກວ່າ:

    ຫໍວິຫານນັກຮົບເສຍສະຫຼະຊີວິດຢູ່ສະໜາມຮົບດ້ຽນບຽນຝູ ແມ່ນກິດຈະກຳມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ວັດທະນະທຳມະນຸດທີ່ເລິກເຊິ່ງ, ສະແດງໃຫ້ເຫັນອາລົມຈິດ, ຄວາມຮູ້ບຸນຄຸນຂອງພັກ, ລັດ ແລະ ປຊຊ ທົ່ວປະເທດ ທີ່ມີຕໍ່ບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ດ້ຽນບຽນຝູ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງຫວັງຂອງ ປຊຊ ທົ່ວປະເທດ, ນັກຮົບເກົ່າ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຍາດຕິພີ່ນ້ອງ ນັກຮົບເສຍສະຫຼະຊີວິດເພື່ອຊາດເມື່ອມາດ້ຽນບຽນ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ສຶກສາມູນເຊື້ອ ແລະວັດທະນະທຳ, ເຊື່ອມຕໍ່ກັບບັນດາປູຊະນີຍະສະຖານປະຫວັດສາດ-ວັດທະນະທຳ, ທິວທັດທຳມະຊາດຂອງເຂດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ຮັບໃຊ້ແຂກທ່ອງທ່ຽວມາຢ້ຽມຊົມ, ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດອີກດ້ວຍ, ປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວດ້ຽນບຽນ ນັບມື້ນັບພັດທະນາ.

  ແລະ ກໍ່ໃນຕອນເຊົ້າຂອງວັນທີ 18 ພຶດສະພາ, ທ່ານປະທານປະເທດຫງວຽນຊັວນຝຸກ ໄດ້ເຂົ້າຮ່ວມພິທີປຸກລະດົມການປູກຕົ້ນໄມ້ ຕອບສະໜອງໂຄງການປູກຕົ້ນໄມ້ຂຽວ 1 ຕື້ຕົ້ນຂອງແຂວງດ້ຽນບຽນ.

ໂດຍສືບຕໍ່ການໄປປະຕິບັດງານຢູ່ແຂວງ ດ້ຽນບຽນ, ຕອນບ່າຍວັນທີ 18 ພຶດສະພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ດ້ຽນບຽນ. ທ່ານປະທານປະເທດ ເນັ້ນໜັກວ່າ, ດ້ຽນບຽນ ມີທີ່ຕັ້ງຍຸດທະສາດສຳຄັນພິເສດທາງດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ສຳລັບທ້ອງຖິ່ນທີ່ມີຫຼາຍຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ທ່ານປະທານປະເທດ ຖືວ່າ ນີ້ແມ່ນທ່າແຮງກ່ຽວກັບກຳລັງແຮງຂອງປະຫວັດສາດ, ວັດທະນະທຳເຊິ່ງທາງແຂວງຕ້ອງຂຸດຄົ້ນເພື່ອພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ແຂວງ ຕ້ອງສືບຕໍ່ປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ, ຍົກສູງຄຸນນະພາບການສຶກສາ, ຮັບປະກັນໃຫ້ປະຊາຊົນໄດ້ສຳຜັດກັບການບໍລິການທີ່ມີຄຸນນະພາບສູງ. ໃນນັ້ນ, ທ່ານປະທານປະເທດໃສ່ໃຈວ່າ ການສຶກສາແມ່ນກຸນແຈສຳຄັນເພື່ອໃຫ້ແຂວງ ດ້ຽນບຽນ ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ