ເປີດສະຫຼອງຫ້ອງອ່ານຂອງຫໍສະໝຸດຢູ່ຫໍສະພາແຫ່ງຊາດ

ເປີດສະຫຼອງຫ້ອງອ່ານຂອງຫໍສະໝຸດຢູ່ຫໍສະພາແຫ່ງຊາດ - ảnh 1
ເປີດສະຫຼອງຫ້ອງອ່ານຂອງຫໍສະໝຸດຢູ່ຫໍສະພາແຫ່ງຊາດ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 29/10, ຫ້ອງ​ວ່າການ​ລັດຖະບານ ​ໄດ້​ສົມທົບ​ກັບ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (Jica) ຈັດ​ຈັ້ງ​ພິທີເປີດ​ສະຫຼອງຫ້ອງ​ອ່ານ​ຂອງ​ຫໍສະໝຸດ​ຢູ່​ຫໍ​ສະພາ​​ແຫ່ງ​ຊາດ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ອວງຈູ​ລື​ວ; ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ຍີ່ປຸ່ນ​ ປະຈຳ​ຫວຽດນາມ Fukada Hiroshi; ຫົວໜ​້າຜູ້ຕາງໜ້າ Jica ຫວຽດນາມ, ທ່ານ Mori Mutsuya. ຫ້ອງ​ອ່ານ​ໄດ້​ຈັດ​ເປັນ​ຫຼາຍ​ເຂດ​ຕາມ​ບົດບາດ​ໜ້າ​ທີ່ ​ແລະ ​ໄດ້​ຮັບ​ການ​ປະກອບ​ອຸປະກອນ​ທີ່​ທັນ​ສະ​ໄໝ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ອ່ານ​ນຳ​ໃຊ້​ຢ່າງ​ງ່າຍດາຍ. ​ເມື່ອ​ນຳ​ເຂົ້າ​ໃຊ້​ການ, ຫ້ອງ​ອ່ານ​ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຄົ້ນ​ຄ້ວາ, ຂຸດ​ຄົ້ນ​ຂໍ້​ມູນ​ຂ່າວ​ຂອງ​ສະມາຊິ​ກສະພາ​ແຫ່ງ​ຊາດ ​ແລະ ຜູ້​ອ່ານ.

        ກ່າວ​ຄວາມ​ເຫັນ​ນະ​ພິທີ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ສະ​ເໜີ​ຫໍສະ​ໝົຸດສະພາ​ແຫ່ງ​ຊາດ​ສືບ​ຕໍ່​ຊອກ​ຫາ ​ແລະ ສະ​ແຫວ​ງຫາ​ບັນດາ​ແຫຼ່ງກຳລັງ​ເພື່ອ​ໜູນ​ຊ່ວຍ,​ ຍົກ​ສູງ​ຄວາມ​ສາມາດຮັກສາ, ​ເຜີຍ​ແຜ່​ເອກະສານ​ຂອງຫໍສະໝຸດ. ຜ່ານ​ນັ້ນ, ຫໍສະໝຸດ​ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຂໍ້​ມູນ, ການ​ຄົ້ນ​ຄ້ວາ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດນັບ​ມື້​ນັບ​ດີກ​ວ່າ, ຮັບປະກັນ​ສະໜອງຂໍ້​ມູນ​ຂ່າວຢ່າງ​ພາວະ​ວິ​ໄສ, ວິທະຍາສາດ ​ແລະ ທັນ​ການ.

 

ຂ່າວ/ບົດ​ອື່ນ