ເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Kampong Cham

(VOVWORLD) - ວັນທີ 28 ມັງກອນ, ທີ່ໃຈກາງນະຄອນ ChKampong Cham, ແຂວງ Kampong Cham, ລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນພິທີເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ.
ເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Kampong Cham - ảnh 1 ເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Kampong Cham

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ໄດ້ເນັ້ນໜັກເຖິງຄວາມໝາຍອັນໃຫຍ່ຫລວງຂອງເລື່ອງກໍ່ສ້າງອະນຸສາວະລີມິດຕະພາບ ກຳປູເຈຍ - ຫວຽດນາມ ຢູ່ທົ່ວທຸກແຂວງ, ນະຄອນຂອງປະເທດ ກຳປູເຈຍ. ນັ້ນແມ່ນກິດຈະການຈາລຶກຄຸນງາມຄວາມດີຂອງພະນັກງານ, ນັກຮົບ, ຜູ້ທີ່ຮັກຊາດ ກຳປູເຈຍ ແລະ ທະຫານອາສາສະໝັກ ຫວຽດນາມ ໃນການຕໍ່ສູ້ຢ່າງພິລະອາຫານ, ບຸກຕີລະບອບດັບສູນເຊື້ອຊາດ ປອນປົດ ແຕກສະຫລາຍ, ນຳເອົາການຟື້ນຟູມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ທຸກຊັ້ນວັນນະ.

        ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ຢືນຢັນວ່າ: ຍ້ອນມີສັນຕິພາບ, ປະຊາຊົນ ກຳປູເຈຍ ໃນວັນນີ້ ຈຶ່ງກໍ່ສ້າງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ມີຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ