ເປີດສະຫຼອງອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍຢູ່ແຂວງ Mondulkiri

(VOVWORLD) -ພິທີເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ໄດ້ດຳເນີນໃນວັນທີ 01 ມັງກອນ, ຢູ່ແຂວງ Mondulkiri, ປະເທດກຳປູເຈຍ.
ເປີດສະຫຼອງອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍຢູ່ແຂວງ Mondulkiri - ảnh 1 (ເປີດສະຫຼອງອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍຢູ່ແຂວງ Mondulkiri)

ກ່າວຄຳເຫັນທີ່ພິທີ, ທ່ານ Nhem Valy, ຮອງປະທານຜູ້ປະຈຳການທັງເປັນເລຂາທິການໃຫຍ່ສະພາແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ ແລະ ທ່ານ Svay Som Ieng, ເຈົ້າແຂວງໆ Mondulkiri, ເນັ້ນໜັກວ່າ: ປະຊາຊົນກຳປູເຈຍ ບໍ່ອາດລົງລືມໄດ້ການຊ່ວຍເຫຼືອຂອງຫວຽດນາມ ແລະ ທະຫານອາສາສະໜັກຫວຽດນາມ ໃນການໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ, ເພື່ອຟື້ນຟູ ແລະ ພັດທະນາປະເທດກຳປູເຈຍ; ທ່ານຢືນຢັນວ່າ ຖ້າຫາກບໍ່ມີໄຊຊະນະໃນວັນທີ 07 ມັງກອນ 1979 ນັ້ນຈະບໍ່ມີປະເທດກຳປູເຈຍ ໃນວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ