ເປີດສະຫຼອງອານຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍແລະອານຸສາວະລີເອກະລາດແຂວງ Kompong Chhnang

ເປີດສະຫຼອງອານຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍແລະອານຸສາວະລີເອກະລາດແຂວງ Kompong Chhnang - ảnh 1
ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ ​
(ພາບ: TTXVN)


( vovworld) - ວັນ​ທີ 3/1, ກຳ​ປູ​ເຈຍ​ໄດ້​ຈັດ​ຕັ້ງ​ພິ​ທີ​ເປີດ​ສະຫຼອງ ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ ​ແລະ​ ອາ​ນຸ​ສາ​ວະ​ລີ​ເອ​ກະ​ລາດ​ແຂວງ Kompong Chhnang. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Nhem Valy ຜູ້​ຮັກ​ສາ​ການ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ກຳ​ປູ​ເຈຍ, ຮອງ​ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ພິ​ທີ​ການ​ສາ​ສະ​ໜາ ໃຫ້​ຮູ້​ວ່າ ພິ​ທີ​ເປີດ​ສະຫຼອງ ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ ​ແລະ​ ອາ​ນຸ​ສາ​ວະ​ລີ​ເອ​ກະ​ລາດ​ແຂວງ Kompong Chhnang ເພື່ອ​ແນ​ໃສ່​ຢືນ​ຢັນ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ກຳ​ປູ​ເຈຍ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ. ເຫດ​ການນີ້​ແມ່ນນອນ​ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ຄົບ​ຮອບ 50 ປີ.

        ທ່ານ​ພົນ​ຕີ ໂດ​ກັນ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ໃຫ້​ຮູ້​ວ່າ ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ​ໄດ້​ຮັບ​ການກໍ່​ສ້າງ, ສ້ອມ​ແປງ, ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຢູ່ຫຼາຍ​ແຂວງ, ນ​ະ​ຄອນ​ຂອງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແມ່ນ​ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ຢ່າງ​ເລິກ​ເຊິ່ງ, ເປັນ​ສັນ​ຍາ​ລັກ​ທີ່​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ອາ​ລົມ​ຈິດ, ນໍ້​າໃຈ​ແຫ່ງ​ຄວາມ​ສາ​ມັກ​ຄີ, ​ນ້ຳ​ໃຈ​ອັນ​ພິ​ລະ​ອາດ​ຫານ, ເສຍ​ສະຫຼະ​ຊີ​ວິດ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ-ກຳ​ປູ​ເຈຍ. ນີ້ກໍ່​ແມ່ນ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​​ລັດ, ປະ​ຊາ​ຊົນ ແລະ ກອງ​ທັບ​ປະ​ຊາ​ຊົນ​ສອງ​ປະ​ເທດ ​ທີ່​ມີ​ຕໍ່​​ວິ​ລະ​ຊົນ, ​ ​ ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ແລະ ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ, ຄວາມ​ເສ​ລີ​ພາບ​ຂອງ​ຊາດ, ເພື່ອການ​ພັດ​ທະ​ນາ​ສີ​ວິ​ໄລ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ