ເປີດສະຫຼອງເສັ້ນທາງດ່ວນຮ່າໂນ້ຍ-ຫາຍຟ່ອງ

ເປີດສະຫຼອງເສັ້ນທາງດ່ວນຮ່າໂນ້ຍ-ຫາຍຟ່ອງ - ảnh 1
(ພິທີເປີດສະຫຼອງເສັ້ນທາງດ່ວນຮ່າໂນ້ຍ-ຫາຍຟ່ອງ)

(vovworld) – ​ ​ ​ ຕອນ​ບ່າຍ​ວັນ​ທີ 5/12, ບໍລິສັດ​ໃຫຍ່​ພັດທະນາ​ໂຄງ​ລ່າງ ​ແລະ ລົງທຶນ​ການ​ເງິນ ຫວຽດນາມ (Vidifi) ​ເປີດ​ສະຫຼອງ​ເສັ້ນທາງ​ດ່ວນ ຮ່າ​ໂນ້ຍ - ຫາຍ​ຟ່ອງ, ຖອນ​ໄລຍະ​ເວລາ​ເຄື່ອນ​ຍ້າຍ​​ຈາກ ຮ່າ​ໂນ້ຍ ​ເຖິງ ຫາຍ​ຟ່ອງ ລົງ​ເຫຼືອພຽງ​ປະມານ 1 ຊົ່ວ​ໂມງ. ​ເສັ້ນທາງ​ດ່ວນ ຮ່າ​ໂນ້ຍ - ຫາຍ​ຟ່ອງ ມີ​ລວງ​ຍາວ 105 km, ​ເຊື່ອມ​ຕໍ່ ຮ່າ​ໂນ້ຍ ກັບ​ບັນດາ​ແຂວງ​ຄື: ຫາຍ​ເຢືອງ, ຮື​ງອຽນ, ຫາຍ​ຟ່ອງ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໃຫ້​ຮູ້​ວ່າ: ​ເສັ້ນທາງ​ດ່ວນ ຮ່າ​ໂນ້ຍ - ຫາຍ​ຟ່ອງ ​ແມ່ນ​ກິດຈະກຳ​ຄົມ​ມະ​ນາ​ຄົມ ບັນ​ລຸ​ມາດຕະຖານ​ກ້າວໜ້າ​ຂອງ​ສາກົນ, ປະຈຸ​ບັນແມ່ນ​ເສັ້ນທາງ​ດ່ວນ​ທີ່ທັນ​ສະ​ໄໝ​ທີ່​ສຸດ​ຂອງ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຮຽກຮ້ອງ​ບັນດາ​ທ້ອງ​ຖິ່ນ​ປະຢັດ​ງົບປະມານ, ຕິດ​ພັນ​ກັບ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສະດວກ​ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ສັງຄົມ ​ເພື່ອ​ສຸມ​ໃສ່​ການ​ລົງທຶນ​ພັດທະນາ​ໂຄງ​ປະກອບ​ໂຄງ​ລ່າງ​ເສດຖະກິດ​ສັງຄົມ, ພ້ອມ​ກັນ​ມານະ​ພະຍາຍາມ​ສູ້​ຊົນ​​ມາຮອດ​ປີ 2020 ຫວຽດນາມ ຈະ​ມີ ​ເສັ້ນທາງ​ດ່ວນ 2.000 km, ນີ້​ແມ່ນ​ 1 ໃນ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ວອງ​ໄວ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ.

 

 


ຂ່າວ/ບົດ​ອື່ນ